ນະຄອນຫຼວງວຽງຈັນ ວັນທີ 21 ພະຈິກ 2015:
ທີມງານອາສາສະໝັກຂອງລັດຖະບານ 4 ທ່ານ ຈາກເມືອງ ບົວລະພາ ໄດ້ເຂົ້າຮ່ວມຝຶກອົບຮົມຢູ່ທີ່ນະຄອນຫຼວງວຽງຈັນ ໃນຫົວຂໍ້ ການນຳໃຊ້ລະບົບຈູມລາ ເພື່ອອັບເດດ ແລະ ດູແລຮັກສາເວັບໄຊທ໌ ຫີນໜາມໜໍ່.
ການຝຶກອົບຮົມໃນຄັ້ງນີ້ເປັນສ່ວນໜຶ່ງໃນການສ້າງຄວາມອາດສາມາດໃຫ້ແກ່ທີມງານທີ່ປະກອບມີອາສາສະໝັກຂອງລັດທັງ 4 ທ່ານ ຈາກຫ້ອງການຊັບພະຍາກອນ ແລະ ສິ່ງແວດລ້ອມ ເມືອງບົວລະພາ ແຂວງຄຳມ່ວນ ໂດຍໄດ້ຮັບການຝຶກອົບຮົມຈາກບໍລິສັດອິນສະໄໝ ໃນນະຄອນຫຼວງວຽງຈັນ. ການຝຶກອົບຮົມແມ່ນກ່ຽວກັບການນຳໃຊ້ ແລະ ການຄວບຄຸມລະບົບຮູບແບບເຄື່ອງມືຕ່າງໆຂອງຈູມລາໃຫ້ຖືກຕ້ອງ ເນື່ອງຈາກເວັບໄຊທ໌ຫີນໜາມໜໍ່ແມ່ນໄດ້ຖືກສ້າງຂຶ້ນ ແລະ ເປີດນຳໃຊ້ງານພາຍໃຕ້ການຄວບຄຸມຂອງລະບົບດັ່ງກ່າວ ໂດຍພາກສ່ວນພາຍນອກທີ່ກ່ຽວຂ້ອງໃນການອັບເດດ ແລະ ຄວບຄຸມຢ່າງຖືກຕ້ອງ. “ທາງໂຄງການ ຈີໄອແຊັດແມ່ນເຫັນຄວາມສຳຄັນໃນການໃຫ້ພາກສ່ວນພະນັກງານລັດທີ່ມີເຮັດວຽກກ່ຽວກັບເຂດປ່າສະຫງວນແຫ່ງຊາດຫີນໜາມໜໍ່ໄດ້ມີສ່ວນຮ່ວມໃນການເສີມສ້າງທັກສະຈົນສາມາດຮັບຜິດຊອບຕໍ່ການດູແລເວັບໄຊທ໌ດ້ວຍຕົວຂອງພວກເຂົາເອງ.” ທ່ານ ໂທມັດ ວິເດິນມັນ, ນັກຊ່ຽວຊານການພັດທະນາຈາກໂຄງການຈີໄອແຊັດ ເຮັດວຽກໃຫ້ແກ່ໂຄງການຫີນໜາມໜໍ່ ອະທິບາຍ.
ເຖິງແມ້ວ່າ ລະບົບການຄວບຄຸມຈູມລາຈະຕອບສະໜອງທາງດ້ານເຄື່ອງມື, ການເຮັດວຽກ ແລະ ການປະຕິບັດງານທີ່ຫຼາກຫຼາຍ ແຕ່ມີພຽງບາງສ່ວນທີ່ສຳຄັນເທົ່ານັ້ນທີ່ໄດ້ຖືກນຳໃຊ້ໃນຕົວຈິງແຕ່ລະວັນ ກໍຄືການລົງຂ່າວ, ຮູບພາບ, ການປ່ຽນແປງ ແລະ ຮັບຮອງເອົາເນື້ອຫາ ຫຼື ການປັບປຸງແກ້ໄຂແຜນທີ່ ທີ່ໄດ້ຖືກນຳສະເໜີໃນການຝຶກອົບຮົມ ທັງໃນພາກທິດສະດີ ແລະ ການປະຕິບັດຕົວຈິງພາຍໃນ 1,5 ວັນ. ເຊິ່ງພາຍໃຕ້ການສະໜັບສະໜູນຈາກໂຄງການຈີໄອແຊັດ ໄດ້ມີຄາດຫວັງເປັນຢ່າງຍິ່ງວ່າທີມງານເຂດປ່າສະຫງວນຫີນໜາມໜໍ່ຈະສາມາດຄວບຄຸມລະບົບເວັບໄຊທ໌ໄດ້ດ້ວຍຕົວເອງ.
© 2014 Hin Nam No | created by insmai.com