ແຫຼ່ງທ່ອງທ່ຽວ ຫີນໜາມໜໍ່

ບ້ານທີ່ສຳຄັນໃນການທ່ອງທ່ຽວ

1. ບ້ານ ໜອງປີງ
ບ້ານ ໜອງປີງ ເປັນບ້ານທີ່່ປົກປັກຮັກສາ ຖ້ຳນ້ຳລອດເຊບັ້ງໄຟ ບ້ານນີ້ມີປະຊາກອນ 273 ຄົນ (53 ຄອບຄົວ/49 ຫຼັງຄາເຮືອນ) ເປັນບ້ານທີ່ມີຫຼາຍຊົນເຜົ່າ ອາໄສຢູ່ນຳກັນປະກອບມີ ຊົ່ນເຜົ່າມາກອງ, ຊົນເຜົ່າກະເລືອງ, ຊົນເຜົ່າສະລາງ ແລະ ຊົນເຜົ່າຜູ້ໄທ ພາຍໃນບ້ານ ໜອງປິງ ມີຖ້ຳສາມແຫ່ງ ທີ່ໄດ້ສຳຫຼວດໃນລະຫວ່າງ ການປຶກສາຫາລື.
ຫ່າງຈາກບ້ານໄປພຽງແຕ່ 300 ແມັດ ມີຖ້ຳໜຶ່ງເອີ້ນວ່າ ຖ້ຳລອງ (ຖ້ຳຫີບສົບ). ມັນເປັນຖໍ້ານ້ອຍແຕ່ວ່າ ເປັນຖໍ້າທີ່ສຳຄັນ ຕໍ່ກັບຊາວບ້ານ. ຊື່ ຖ້ຳລອງໄດ້ຖືກເອີ້ນ ໃຊ້ມາເປັນເວລາດົນນານແລ້ວ ແລະ ຫີບສົບໄມ້ກໍ່ຍັງຢູ່ໃນນັ້ນ. ຫີບສົບໄມ້ເຫຼົ່ານີ້ເຊື່ອວ່າ ມາຈາກກຸ່ມຊົນເຜົ່າທີ່ບໍ່ຮູ້ຊື່ ແລະ ຢູ່ໃນຖ້ຳນີ້ ກ່ອນທີ່ຊາວມາກອງ ເຂົ້າມາດຳລົງຊີວິດ ໃນບໍລິເວນໃກ້ຄຽງນີ້. ທະຫານຫວຽດນາມເໜືອ ຈຳນວນຫຼາຍພັນຄົນ ໄດ້ນຳໃຊ້ຖ້ຳແຫ່ງນີ້ ໃນຊ່ວງໄລຍະສົງຄາມ ອິນໂດຈີນຄັ້ງທີສອງ. ສ່ວນໜຶ່ງຂອງຖ້ຳນີ້ ເປັນບ່ອນເກັບມ້ຽນ ທະຫານເສຍຊີວິດຈຳນວນ 203 ສະຫາຍ ທີ່ໄດ້ບັນຈຸໄວ້ໃນໂກນໄມ້ ທີ່ເຮັດເປັນຫີບສົບ.  ໃນເມື່ອບໍ່ດົນມານີ້ ນາຍພັນເອກ ຈ່ວຍ ຈາກກອງທັບ ທະຫານຫວຽດນາມ ໄດ້ມາເກັບກູ້ກະດູກ ແລະ ສົ່ງກະດູກທະຫານ ກັບຄືນສູ່ປະເທດຫວຽດນາມ.

ຕຳນານຖ້ຳລອງ: ແຕ່ກີ້ແຕ່ກ່ອນ ກ່ອນການສ້າງຕັ້ງບ້ານໜອງປີງ ຊາວບ້ານເອີ້ນບ້ານນີ້ວ່າ ບ້ານ ກົກມວ່ງເຖົ້າ. ໃນຊ່ວງເວລານັ້ນ ໃນເມື່ອຊາວບ້ານເສຍຊີວິດ ພວກເຂົາຈະເອົາສົບຄົນຕາຍເຂົ້າໄວ້ໃນຫີບສົບໄມ້ ແລ້ວເອົາໄປໄວ້ໃນຖ້ຳ, ແລະ ບໍ່ໄດ້ມີຂະບວນແຮ່ສົບ ຫຼື ພິທີການໃຫ້ກັບຄົນທີ່ເສຍຊີວິດໄປ. ຫຼັງຈາກ 3-7 ມື້ ຊາກສົບນັ້ນພື້ນຄືນມາມີຊີວິດອີກຄັ້ງ.ໃນມື້ຕໍ່ມາຊາວບ້ານໄດ້ສັງເກດເຫັນບ້ານໃກ້ຄຽງກຳລັງດຳເນີນຂະບວນພິທີແຮ່ສົບ ໃນເມື່ອຊາວບ້ານຜູ້ໃດຜູ້ໜຶ່ງໄດ້ເສຍຊີວິດໄປ ແລະ ພວກເຂົາຄິດວ່າມັນຄືມ່ວນຊື່ນ. ໃນເວລາຕໍ່ມາເມື່ອຜູ້ໃດຜູ້ໜຶ່ງເສຍຊີວິດ ພວກເຂົາໄດ້ເຮັດຕາມພິທີການ ແລະ ພວກເຂົາໄດ້ພົບວ່າຊາກສົບຍັງຕາຍຄືເກົ່າ. ພວກເຂົາເສຍໃຈກ່ຽວກັບເລື່ອງນີ້ ແລະ ພວກເຂົາໄດ້ກັບຄືນສູ່ວິທີແບບເກົ່າ ແລະ ພົບວ່າຊາກສົບຍັງຄົງບໍ່ມີຊີວິດຄືເກົ່າ ແລະ ເວດມົນບໍ່ໄດ້ມີຜົນປະໂຫຍດອີກຕໍ່ໄປ. ໃນປະຈຸບັນຊາວບ້ານໄດ້ເຮັດພິທີຝັງສົບ ແລະ ຍອມຮັບວ່າຄົນເຮົາຕາຍໄປຈະບໍ່ມີວັນກັບຄືນມາມີຊີວິດອີກຄັ້ງ.ໄດ້ສຳຫຼວດຖ້ຳອື່ນໆປະກອບມີຖ້ຳບິ່່ງ (ຖ້ຳເຈຍ) ເຊິ່ງສັບຊົນຍ້ອນໃກ້ກັບຖ້ຳພະລືສີ. ສິ່ງທີ່ໜ້າສົນໃຈທີ່ສໍາຄັນເຖິງແມ່ນວ່າຖ້ຳນໍ້າລອດເຊບັ້ງໄຟ.

ຕຳນານຖ້ຳນ້ຳລອດເຊບັ້ງໄຟ: ແຕ່ກ່ອນກີ້ ຊາວບ້ານຄິດວ່າຖໍ້ານີ້ເປັນບໍ່ກໍາເນີດຂອງແມ່ນນໍ້າເຊບັ້ງໄຟ ແລະ ເອີ້ນຖໍ້ານີ້ວ່າ ຖໍ້າຄຸນເຊ ມີຄວາມໝາຍວ່າ ຖ້ຳເປັນບໍ່ກຳເນີດຂອງແມ່ນໍ້າ. ອີງຕາມຕຳນານຂອງບ້ານ ຖໍ້າແຫ່ງນີ້ໄດ້ເປັນບ່ອນອາໄສເຈົ້າຖິ່ນເຈົ້າຖານ. ມີວັນໜຶ່ງມີແຄນເພ້ອັນໜຶ່ງໄດ້ຕົກລົງໃສ່ທາງເຂົ້າຖ້ຳ ແລະ ພົບວ່າແຄນນັ້ນໄດ້ກັບຄືນສູ່ສະພາບເດີມໃນຕອນເຊົ້າມື້ຕໍ່ມາ. ເຈົ້າຖິ່ນເຈົ້າຖານໃຫ້ຢືມເຄື່ອງນຸ່ງທີ່ສວຍສົດງົດງາມ ໃຫ້ແຕ່ລະຄົນສຳລັບພິທີການ ຈົນຮອດມື້ໜຶ່ງ ມີຜູ້ຍິງຄົນໜຶງ ບໍ່ທຳຄວາມສະອາດເລືອດ ທີ່ເປື້ອນຕິດຕາມເສື້ອຜ້າ ກ່ອນທີ່ຈະສົ່ງໃຫ້ກັບເຈົ້າຖິ່ນເຈົ້າຖານ.
ຫຼັງຈາກນັ້ນ ເຈົ້າຖິ່ນເຈົ້າຖານ ບໍ່ໃຫ້ຊາວບ້ານຍືມເຄື່ອງນຸ່ງອີກເລີຍ. ພວກຊາວບ້ານຍັງເຊື່ອຖືວ່າ ເຈົ້າຖິ່ນເຈົ້າຖານຍັງເມດຕາກະລຸນາຄື ໃນເມື່ອຊາວບ້ານຕົກທຸກໄດ້ຍາກ ໃນຊ່ວງທີ່ພວກເຂົາເກັບຮັງນົກແອນ ແລະ ຮັງເຈຍ ຢູ່ໃນບ່ອນທີ່ພວກເຂົານອນ ບໍ່ເຄີຍເສຍຊີວິດ ຈາກການຫາຮັງນົກແອນ. ບໍ່ພຽງແຕ່ເທົ່ານັ້ນ ຍັງບໍ່ມີລະເບີດຖີ້ມ ເຂົ້າໃນປ່ອງຖ້ຳໃນຊ່ວງສົ່ງຄາມ. ການເສຍສະຫຼະຖືວ່າ ເປັນປະເພນີຖືກເຮັດກ່ອນການເຂົ້າໃນຖ້ຳທຸກຄັ້ງ. ໃນປະຈຸບັນ ໄດ້ເຮັດເຄື່ອງບູຊາຂື້ນປີລະຄັ້ງ ເພື່ອຮັບປະກັນໃຫ້ ເຈົ້າຖິ່ນເຈົ້າຖານປົກປັກຮັກສາຕໍ່ໄປ

 

2. ບ້ານ ໜອງບົວ
ບ້ານ ໜອງບົວຫ່າງຈາກຈຸດສຸມລັງຄັງ 8.5 ກິໂລແມັດ ບ້ານນີ້ສ່ວນຫຼາຍແມ່ນ ຊົນເຜົ່າຢຸ ກັບ ຜູ້ໄທທີ່ຢູ່ຮ່ວມກັນໂດຍການແຕ່ງການ. ມີນໍ້າປະມານ 6 ບ່ອນພາຍໃນບ້ານ ເຖິງແມ່ນວ່າບໍ່ມີຫ້ວຍໃຫ່ຍໃກ້ກັບບ້ານ. ບ້ານໜອງບົວເປັນ ບ້ານທີ່ຂອ້ນຄ້າງໃຫ່ຍ ແລະ ສ້າງຕັ້ງຂື້ນ ເປັນທີມີສຽງນັນຕະຫຼອດ ຕະຫຼອດທັັງວັນ. ມີພຽງແຕ່ 2 ແຫ່ງ ໃນເຂດນອກຫ່າງໄກ ຈາກບ້ານທີ່ເໝາະສົມ ໃນການພັກຄ້າງຄືນກັບຊາວບ້ານ. ໃນຊ່ວງໄລຍະສົງຄາມ ບ້ານນີ້ຢູ່ຕາມເສັ້ນທາງໂຮ່ຈີມິນ ແລະ ເປັນເຂດຖືກຖີ້ມລະເບີດ ທໍາລາຍຢ່າງໜັກໜ່ວງ. ຫ່າງຈາກບ້ານນີ້ໄປປະມານ 1 ກິໂລແມັດ ມີຜາຫີນປູນຕັ້ງຢູ່ໂດດດ່ຽວ ເຊິ່ງເປັນທາງຜ່ານຂອງ ທະຫານຫວຽດນາມເໜືອ ຫຼາຍພັນຄົນ ດ້ວຍການຍ່າງ, ຂີ່ລົດຖີບ ຫຼື ຂັບລົດບັນທຸກ. ຜາຫີນປູນທີ່ພົ້ນອອກມາຈາກພື້ນດິນນີ້ ໄດ້ບ່ອນອາໄສຂອງ ຊາວບ້ານຫຼາຍຮ້ອຍຄົນ ແລະ ຄະນະສະແດງ ສິລະປະຫວຽດນາມເໜືອ ໃນຊ່ວງໄລຍະສົງຄາມ. ຖໍ້າໃຫ່ຍສອງແຫ່ງນີ້ ໄດ້ເປັນບ່ອນລີ້ໄພ ຂອງຊາວບ້ານ.

ຮູບພາບ: ທາງເຂົ້າຖ້ຳນໍ້າເບິ່ງຈາກຂ້າງໃນຖ້ຳ. ກ່ອນຫີນໃຫ່ຍຕົກຈາກໜ້າຜ່າຂ້າງເທິງຖໍ້າໃນການໂຈມຕີທາງອາກາດໃນປີ 1968ຖ້ຳນໍ້າ: ໃນຖໍ້າແຫ່ງນີ້ເປັນມີປ່ອງຄ້າຍຄື ຮ່ອມທາງໄປຂວາ ໂດຍຜ່ານຖານທີ່ໝັ້ນ ຂອງຜາໜ່ວຍນີ້ ແລະ ເຂົ້າສອດໄປສູ່ຖ້ຳອື່ນ ທີ່ຢູ່ຄົນລະເບື້ອງ ຂອງໜ່ວຍຜາຊັນ ເຊິ່ງໄດ້ເປັນບ່ອນຢູ່ອາໄສ ຂອງທະຫານຫວຽດນາມ. ທະຫານຫວຽດນາມ ໄດ້ແບ່ງປັນເຂົ້າກິນສ່ວນໜຶ່ງ ກັບຊາວບ້ານຈຳນວນ 15 ຄອບຄົວ ທີ່ໄດ້ດຳລົງຊີວິດ ໃນຖ້ຳນ້ຳ ແລະ ຊາວບ້ານຜູ້ທີ່ບໍ່ໄດ້ປູກຝັງ ຫຼື ເກັບກ່ຽວເຂົ້າແຕ່ປີ 1965 ຫາ 1973. ໃນປະຈຸບັນນີ້ ຊາວບ້ານໄດ້ຫ້າມ ບໍ່ໃຫ້ເຂົ້າໄປໃນອຸໂມງຖ້ຳແຫ່ງນີ້ ເພາະວ່າ ຫີນປູນໃນຖ້ຳບໍ່ໝັ້ນຄົງ ຫຼັງຈາກທີ່ ທະຫານຫວຽດນາມ ຖືກທຳລາຍຈາກລະເບີດ, ເຮັດໃຫ້ໂຄງສ້າງຂອງ ຫີນປູນພັງທະລາຍລົງ ແລະ ເຮັດໃຫ້ຂ້າງໃນອຸໂມງ ບໍ່ໝັ້ນຄົງ.

ລຸງກິ ອະດິດນາຍບ້ານ ເກີດໃນປີ 1955 ຂະນະນັ້ນ ລຸງກິ ເປັນໄວລຸ້ນ ໃນຊ່ວງທີ່ຢູ່ໃນຖ້ຳ. ລາວໄດ້ອະທິບາຍວ່າ ຊາວບ້ານ ໄດ້ໃຊ້ຖ້ຳນ້ຳ ພຽງແຕ່ໃນຊ່ວງລະດູແລ້ງ (ນ້ຳຖ້ວມໃນຊ່ວງລະດູຝົນ). ໃນຊ່ວງໄລຍະລະດູຝົນ ມີຫຼາຍຄອບຄົວ ລີ້ຢູ່ໃນຖ້ຳນ້ອຍ ທີ່ສູງຕາມໜ້າຜາ. ເຖິງແນວໃດກໍ່ຕາມ ການຖີ້ມລະເບີດ ບໍ່ໄດ້ຮຸ່ນແຮງໃນຊ່ວງໄລຍະລະດູຝົນ ເນື່ອງຈາກວ່າບໍ່ໄດ້ມີການຂົ່ນສົ່ງຕາມເສັ້ນທາງໂຮ່ຈີມິນ. ທາງເຂົ້າຖໍ້າກັ້ນໂດຍນໍາໃຊ້ຖັງນ້ຳມັນເກົ່າ 200 ລິດໃສ່ຫີນເຮັດເປັນກອງຂື້ນໜາປະມານ 2 ຖັງນ້ຳມັນ ເພື່ອຕ້ານຈະຫວດຍິ່ງ ແລະ ສະເກັດລູກປູນໃຫ່ຍເຂົ້າໃນຖໍ້າ. ຖັງນໍ້າມັນບໍ່ໄດ້ລົງເຫຼືອໄວ້ໃນຖໍ້າອີກແລ້ວ ແຕ່ວ່າ ຫີນທີ່ໄດ້ເອົາໃສ່ຖັງນໍ້າມັນ ກະແຈກກະຈາຍ ຢູ່ຕາມທາງເຂົ້າຖ້ຳ.

ຮູບພາບ: ຮອງຮ່ອງຈາກສະໄໝສົງຄາມໃນພື້ນຖ້ຳນໍ້າ. ເກີບທະການ, ສິນສ່ວນຂອງຜ້າຢາງ, ກວດຢາ ເປັນສິ່ງທີ່ພວກເຮົາຍັງເບິ່ງຢູ່ໃນຖ້ຳການສະແດງວັດທະນາທຳກາງຄືນ: ມີກ້ອນຫີນໃຫ່ຍ ເປັນຈຳນວນໜຶ່ງຢູ່ຕາມທາງເຂົ້າຖ້ຳນ້ຳ. ເຫດການນີ້ເກີດຂື້ນ ໃນຊ່ວງໃນການໂຈມຕີທາງອາກາດໃນປີ 1969. ໃນຊ່ວງເວລາດຽວກັນນັ້ນ ການສະແດງໄດ້ດໍາເນີນ ໂດຍຄະນະຟ້ອນ ທາງດ້ານວັດທະນາທຳ ຂອງຊາວຫວຽດນາມ 16 ຄົນ.

ທຸກບ້ານໄດ້ພາກັນຢູ່ໃນຖ້ຳໃນຄືນນັ້ນ ເພື່ອມ່ວນຊື່ນກັບການສະແດງ. ບາງທີກ້ອນຫີນໃຫ່ຍ ພູເຂົາເປັນບ່ອນປ້ອງກັນ ໃນການບຸກໂຈມຕີທາງອາກາດ, ການເສີມກຳລັງການຍິງ ຕ້ານກັບລະເບີດໃນຄືນນັ້ນ ເຊິ່ງໄດ້ມີຂຸມລະເບີດຕາມພື້ນດິນ ຂ້າງນອກບ່ອນທີ່ມີກ້ອນຫີນໃຫ່ຍຢູ່. ໂຊກດີທີ່ບໍ່ມີຜູ້ໃດເສຍຊີວິດ ຢູ່ຖໍ້າໃນຄືນນັ້ນ ແຕ່ວ່າ ຫຼັງຈາກຄະນະຟ້ອນ ອອກເດີນທາງກັບສູ່ ປະເທດຫວຽດນາມ, ຊາວບ້ານໂສກເສົ້າ ທີ່ໄດ້ຮັບຂ່າວວ່າ ຄະນະຟ້ອນໄດ້ເສຍຊີວິດ 3 ຄົນ ຍ້ອນການບຸກໂຈມຕີ ຖີມລະເບີດທາງອາກາດ ໃກ້ບ້ານນາພ້າວ. ລຸງກິ ໄດ້ພາໄປເບິ່ງບ່ອນ ທີ່ເຮືອນຄົວຢູ່ໃນຖ້ຳນ້ຳ. ບ່ອນແຕ່ງກິນຈຳຕ້ອງ ບໍ່ໃຫ້ມີຄວນໄພປິວຂື້ນສູ່ທ້ອງຟ້າ ຖ້າຫາວ່າ ພວກສັດຕູເຫັນຄັວນໄຟ ພວກເຂົາຈະຖີ້ມລະເບີດໃສ່. ຂ້າງໃນຖໍ້າມີເນື້ອທີ່ນອນ ທີ່ກ້ວາງຂວາງ, ເກີບເກົ່າທະຫານ, ສິນສ່ວນຂອງຜ້າຢ່າງທະຫານ, ເຫຼັກລວດ, ກວດຢາ ແລະ ອາວຸດຍຸໂທປະກອນ ທີ່ຍັງເຫັນຢູ່ຕາມພື້ນຖ້ຳ. ລຸງກິ ໄດ້ເວົ້າວ່າ ໃນຊ່ວງໜຶ່ງມີລູກລະເບີດ ຢ່າງໜ້ອຍ 30 ໜ່ວຍ ແຕກໃກ້ກັບທາງເຂົ້າຖ້ຳນໍ້າ ແຕ່ວ່າ ລູກລະເບີດນັ້ນ ຖືກເກັບຊື້ໂດຍພໍ່ຄ້າ ຊື້ໂລຫະເສດເຫຼືອ.

ຖໍ້າລອງ: ໃນທາງພາກເໜືອ ທາງຂ້າງໜ່ວຍຜາ ແມ່ນມີອີກຖ້ຳໜຶ່ງຊື່ວ່າ ຖ້ຳລອງ, ຖໍ້າລອງຖືກຕັ້ງຊື່ໃຫ້ ຫຼັງຈາກທີ່ໄດ້ຄົ້ນພົບຫີບສົບໄມ້ ທີ່ເກົ່າແກ່ຫຼາຍປີກ່ອນສົງຄາມ. ຄອບຄົວລຸງກິ ໄດ້ລີ້ໄພໃນຖ້ຳລອງນີ້ ໃນຊ່ວງສົງຄາມ.

ຄືນທີ່ພໍ່ຂອງລຸງກິເສຍຊີວິດ: ໃນຄືນໜຶ່ງໃນຂະນະທີ່ຄອບຄົວລຸງກິ ລີ້ໄພໃນຖ້ຳລອງ ພໍ່ຂອງລຸງກິ ໄດ້ນອນຫຼິ້ນຂ້າງນອກຖ້ຳ ໃນລະຫວ່າງກ້ອນຫີນໃຫ່ຍ ກັບ ໜ້າຜາ. ລາວຟັງຂ່າວວິທະຍຸ. ໄດ້ມີຈະຫຼວດລໍາໜຶ່ງ ເຂົ້າຍິ່ງໃສ່ໜ້າຜາສູງປະມານ 3 ແມັດ ຈາກເທິງຫົວຂອງພໍ່ລຸງກິ. ພໍ່ຂອງລຸງກິ ຖືກສະເກັດລູກປືນໃຫ່ຍ ທີ່ຈະຫຼວດຍິ່ງໃສ່ ຈົນເສຍຊີວິດ.

ມື້ທີລຸງຂອງລຸງກິໄປຕັກນ້ຳ: ລຸງກິ ແລະ ສະມາຊິກຄອບຄົວ ໄດ້ແບ່ງໜ້າວຽກຕັກນ້ຳ ສຳລັບໃຊ້ພາຍໃນຄອບຄົວ. ວຽກນີ້ຈຳຕ້ອງ ໄດ້ແລ່ນຂ້າມທົ່ງນາທີ່ ເຕັມໄປດ້ວຍຂຸມລະເບີດ ໃນຊ່ວງນີ້ບໍ່ມີຕົ້ນໄມ້ປົກຄຸ້ມ ໃນການອອກໄປຕັກນ້ຳ. ຖ້າວ່າຍົນສັດຕູມາ ໃນຊ່ວງທີ່ອອກໄປຫວ້ຍຫຶກ ຫ່າງຈາກຖ້ຳປະມານ 300 ແມັດ ແຕ່ລະຄົນຈໍາເປັນຕ້ອງໄດ້ລີ້ໄພ ຢູ່ໃນຂຸມລະເບີດ ແລະ ເພື່ອຫວັງບໍ່ໃຫ້ພວກສັດຕູເຫັນ. ບາງຄັ້ງພວກສັດຕູຖີ້ມລະເບີດ ແລະ ອາດຈະມີສ່ຽງລະເບີດ. ລຸງຂອງລຸງກິ ໄດ້ໄປຕາມກະຫ້ວຍ ທັນເວລາພ້ອມທີ່ລູກລະເບີດຈະແຕກ. ທາງຄອບຄົວ ພົບເຫັນພຽງແຕ່ແຂນລາວ ເປັນສິນໜຶ່ງປະມານ 3 ກິໂລສຳລັບພິທີການຝັງສົບ.

ຮູບພາບ:ລຸງກິເລົ່າເລື່ອງກ່ຽວກັບຈະຫຼວດລະເບີດໜ້າຜາ ແລະ ເຮັດໃຫ້ພໍ່ຂອງລາວເສຍຊີວິດໃນຊ່ວງທີ່ນອນຟັງວິທະຍຸໃນຕອນການຄື ຮູບພາບ:ຖ້ຳລອງເປັນຖ້ຳທີ່ລຸງກິກັບຄອບຄົວດຳລົງຊີວິດໃນຊ່ວງສົງຄາມ. ໃນຊ່ວງນັ້ນໄດ້ມີບ່ອນທີ່ພວກເຂົານອນ.

ຖ້ຳບິງ: ຢູ່ທາງພາກໃຕ້ຂອງໜ່ວຍຜາ. ມີຖ້ຳໜຶ່ງທີ່ທະຫານຫວຽດນາມ ເໜືອໄດ້ອາໄສຢູ່. ທະຫານຫວຽດນາມຫຼາຍພັນຄົນ ໄດ້ພັກຢູ່ໃນຖ້ຳນີ້ ເພື່ອທີ່ຈະສ້າງ ແລະ ສ້ອມແປງທາງຂອງພວກເຂົາ. ນີ້ເປັນຖໍ້າທີ່ມີທາງຜ່ານ ຢູ່ໃຕ້ພື້ນໜ່ວຍຜາຊັນທີ່ ເຊື່ອມຕໍ່ກັບຖ້ຳນ້ຳ. ທະຫານຫຼາຍຄົນໄດ້ແບ່ງປັນເຂົ້າໃຫ້ກັບ ຄອບຄົວຊາວບ້ານ ຖໍ້ານີ້ໄດ້ຖືກທໍາລາຍໂດຍລະເບີດ. ຖ້ຳນີ້ບໍ່ເໝາະສົມທີ່ຈະນຳພາ ນັກທ່ອງທ່ຽວເຂົ້າພາຍໃນຖ້ຳ ເນື່ອງຈາກວ່າ ໂຄງສ້າງຂອງຫີນປູນ ບໍ່ໝັນຄົງ, ນອກຈາກນັ້ນ ຍັງມີຊາກຫົວຈະຫຼວດ ທີ່ໄດ້ເກັບຢູ່ພາຍໃນຖ້ຳ.

ນ້ຳຕົກຕາດສອງຊູ້: ຫ່າງຈາກບ້ານໜອງບົວໄປ 2.2 ກິໂລແມັດ ນໍ້ຕົກຕາດຫ່າງຈາກ ທາງໄປປະມານ 20 ແມັດ. ນໍ້າຕົກນີ້ໄຫຼຕະຫຼອດປີ ດັ່ງນັ້ນ ຈຶ່ງເໝາະສົມໃຫ້ກັບ ນັບທ່ອງທ່ຽວການລອຍນ້ຳ ເພື່ອເຮັດໃຫ້ສົດຊື່ນຂື້ນ. ຊື່ວ່າ ສອງຊູ້ສະແດງເຖິງ ສອງຄູ່ບາວສາວ. ຊື່ຂອງນ້ຳຕົກນີ້ເວົ້າເຖິງ ຕົ້ນກຳເນີດຈາກເລື່ອງລາວ ຂອງສອງຄູ່ຮັກບ່າວສາວ.

ພູເຈືອງ: ຍ່າງຂື້ນຕາມພູດິນຊາຍ 6 ກິໂລແມັດ ທາງດ້ານຫຼັງບ້ານໜອງບົວ ພວກເຮົາຈະໄປຮອດຫ້ວຍນ້ອຍ ແຫ່ງໜຶ່ງໃນປ່າ. ໃນປ່າບໍ່ມີທິວທັດ ສຳລັບໃຫ້ນັກປິນພູເຂົາ ເຖິງແມ່ນວ່າ ປ່າໄມ້ສວຍສົດງົດງາມ. ໄດ້ຕົກລົງກັນວ່າ ຜົນປະໂຫຍດບໍ່ໄດ້ມີຄຸ່ນຄ່າ ຕໍ່ການປິນພູໃນສະຖານທີ່ ທີພວກເຮົາໄດ້ສຳຫຼວດ.

 

3. ບ້ານໜອງແສງ
ບ້ານໜອງແສງ ເປັນຊື່່ໜອງບຶງແຫ່ງໜຶງ ທີ່ອຸດົມສົມບູນໄປດ້ວຍ ຜັກສົມແສງທີ່ເຕີບໃຫ່ຍ ໃນໜອງແຫ່ງນັ້ນ. ບ້ານນີ້ເປັນບ້ານທີ່ມີຊົນເຜົ່າຜູ້ໄທ ຢູ່ຕາມເສັ້ນທາງໄປຫາບ້ານດຸ ຫ່າງຈາກຈຸດສຸມຫຼັງຄັງປະມານ 10 ກິໂລແມັດ. ບ້ານນີ້ມີລິງອາໄສຢູ່ຕາມໜ້າຜາກຸດ ເຊິ່ງຫ່າງຈາກບ້ານໄປປະມານ 800 ແມັດ. ໃນຜາກຸດແຫ່ງໄດ້ອ້າງອີງວ່າ ມີລິງຈຳນວນ 200 ຕົວ, ພວກເຮົາເຫັນລິງ ໃນຊ່ວງເວລາຕອນເຊົົ້າ ແລະ ຕອນແລ້ງເທົ່ານັ້ນ. ມີທາງເລືອກ ເພື່ອທີ່ຈະຍ່າງອ້ອມ ຕາມຜາກຸດທີ່ຈະເບິ່ງລິງ.
Photo: PhaKoud is only 800m from the road and village.

 

4. ບ້ານທົ່ງຊໍາ
ບ້ານນີ້ເປັນບ້ານຊົນເຜົ່າຍຸຍ ຢູ່ທາງແຍກຂື້ນຈາກບ້ານດຸປະມານ 3 ກິໂລແມັດ. ທາງເສັ້ນນີ້ ບໍ່ສາມາດນໍາໃຊ້ທາງໄດ້ ໃນຊ່ວງລະດູຝົນ. ບ້ານນີ້້ມີນໍ້ຳຫ້ວຍ ທີ່ສວຍສົດງົດງາມ ທີ່ໄຫຼຜ່ານຖ້ຳ 3 ແຫ່ງ ເຊິ່່ງຍ່າງໄກຈາກບ້ານພໍສົມຄວນ. ໃນບໍລິເວນຜາຫີນປູນ ມີກຸ່ມໂຄ່ງ ແລະ ສັດປ່າຊະນິດອື່ນໆ. ບາງທີອາດຈະເຫັນ ນົກກົກໃນເຂດນີ້ດວ້ຍ.
Photo: Ban Thongxam, although difficult to access during the wet has potential as a homestay village because of the HouayHok stream and the caves it flows through.  It has the atmosphere of a traditional village, and there is some potential for a cultural encounter for tourists.

ຖ້ຳນໍ້າອອກ: ຕົ້ນກຳເນີດຂອງຫ້ວຍຫົກ ໄດ້ມີພື້ນທີ່ຂະໜາດໃຫ່ຍ ທຳຄວາມສະອາດ ໃນຊ່ວງລະດູນ້ຳຖ່ວມ. ຍ່າງຈາກບ້ານຂື້ນໄປຕາມ ສາຍຫວ້ຍປະມານ 6 ກິໂລແມັດ ຈຶ່ງຮອດຖ້ຳນີ້. ໃນຖໍ້າແຫ່ງນີ້ ໄດ້ພົບເຫັນຮອຍໂຕນາກນໍ້າ ແລະ ເພ້ດານຫີນ ທີ່ແປກປະຫຼາດທີ່ຢູ່ຂ້າງໃນຖ້ຳນີ້.

ຖ້ຳນົກແອ່ນ: ຫວ້ຍຫົກໄຫຼລອດຜ່ານໜ້າຜາຫີນປູນປະມານ 60 ແມັດ. ມີຫາດຊາດຢູ່ຕາມທາງຜ່ານ ແລະ ນໍ້າໄຫຼຜ່ານເລີກປະມານ 1.5 ແມັດຢູ່ໃນຫວ້ຍ ແລະ ເຮົາສາມາດລອຍນ້ຳຜ່ານເຂົ້າໄປໃນຖ້ຳໄດ້.ຮັ່ງເຈຍ ແລະ ຮັງນົກແອນໃນຖ້ຳນີ້ສະແດງເຖິງ ຊື່ຖ້ຳນົກແອນ. ມີຮ່ອມທາງຢູ່ທາງເບື້ອງຊາຍມືພາຍໃນຖ້ຳນົກແອນ. ທະຫານຫວຽດນາມເໜືອປະມານ 3000 ຄົນໄດ້ອາໄສຢູ່ໃນຖ້ຳນີ້ໃນຊ່ວງໄລຍະສົງຄາມເຊິ່ງມີຫຼັກຖານການດຳລົງຊີວິດຂອງພວກເຂົາຈາກກະປ໋ອງອາຫານ ແລະ ຟອຍຖູແຂ້ວຕົກຄ້າງພາຍໃນຖ້ຳແຕ່ຊ່ວງສະໄໝສົງຄາມ.

ຖ້ຳປາກຖໍ້າ: ຖໍ້ານີ້ເປັນອຸໂມງທີສາມ ທີ່ຫ້ວຍຫົກໄຫຼຜ່ານ. ປາກຖໍ້ານີ້ຢູ່ຫ່າງຈາກຕົ້ນນໍ້າປະມານ 2.7 ກິໂລແມັດຈາກບ້ານທົງຊຳ. ແມ່ນ້ຳທີ່ເກີດຂື້ນ ຕໍ່ໜ້າຖໍ້າເລິກຫຼາຍ ແລະ ສາມາດລອຍໄດ້.

 

5. ບ້ານຜານົບ
ບ້ານນີ້ສ່ວນໃຫ່ຍ ແມ່ນຊົນເຜົ່າຍຸຍ ປະມານ 440 ຄົນ ບ້ານ ຜານົບຕັ້ງຢູ່ຕາມແມ່ນນ້ຳໂງ. ຕົ້ນກຳເນີດຂອງຊື່ວ່າ ຜາລົບ ຫຼັງຈາກ ຈານຫີນປູນຂະໜາດໃຫ່ຍ ສອງອັນຕັ້ງຢູ່ຕິດກັນ ຄືກັນກັບຂະໝົມສອງອັນ ທີ່ຕັ້ງຢູ່ຄຽງຂ້າງກັນ. ຜານົບໄດ້ເອີ້ນເປັນຊື່ບ້ານ ແລະ ຍັງເໝາະສົມ ສຳລັບຈຸດເດັນທີ່ວ່າ ມັນຄ້າຍຄືກັບທ່າເຄົາລົບນັບຖື ຕາມປະນີທີ່ໃຊ້ສອງມືນົບ ໃນເມື່ອເວລາທັກທາຍກັນ. ບ້ານນີ້ເປັນບ່ອນເຂດຖືກຖີ້ມລະເບີດ ໃສ່ຢ່າງຮຸ້ນແຮງຕາມໜ້າດິນ ແລະ ກະທົບໃສ່ຜາລົບ ຈົນບໍ່ສາມາດເບິ່ງໄດ້ອີກແລ້ວ. ໜ່ວຍຜາຫີນປູນ ໃນບໍລິເວນຂອງບ້ານ ກໍ່ໃຫ້ເກີດມີບ່ອນແຄບທາງໂຮ່ຈີມິນ ທີ່ຮູ້ກັນໃນກອງທັບອາເມຣິກາ ເປັນຊ່ອງແຄບ. ມັນເປັນສະຖານໜຶ່ງ ໄດ້ຕິດອາວຸດຢ່າງໜັກ ໃນປະເທດລາວ. ໜ່ວຍຜາສ່ວນຫຼາຍ ຕາມບ້ານຕ້ອງໄດ້ມີ ປືນຍິງເຮືອບິນ ຢູ່ນຳພວກເຂົາ ແລະ ເປັນສາເຫດທີ່ເຮືອບິນ ຂອງສັດຕູຕົກຫຼາຍລຳ.

ໂດຍສະເພາະແມ່ນ ອຸປະຕິເຫດ ເຮືອບິນແພນທອມ F4-C ລະຫັດຊື່ “Boxer 22” ຕົກໃນຕອນເຊົ້າ ຂອງວັນທີ 5/12/1969 ໄດ້ເລີ່ມຕົ້ນ ການຄົ້ນຫາທີ່ຍິ່ງໃຫ່ຍ ແລະ ຊ່ວຍຊີວິດຄົນ ໃນສົງຄາມອິນດູຈີນ. ໜຶ່ງໃນສອງນັກຂັບ ເຮືອບິນຂອງອາເມຣິກາ ຜູ້ທີ່ໂດດຈ້ອງ ອອກຈາກເຮືອບິນ ກ່ອນທີ່ເຮືອບິນຈະຕົກ ມີຊີິວິດຢູ່ປະມານ 51 ຊົ່ວໂມງ ຢູ່ຕາມແຄມຝັ່ງ ແມ່ນ້ຳໂງ່ ແລະ ທາງທະຫານອາເມຣິກາ ພະຍາຍາມຊ່ວຍນັກບິນ ທີ່ເກີດອຸປະຕິເຫດ ເຮືອບິນຕົກ 16 ຄັ້ງແຕ່ວ່າ ບໍ່ປະສົບຜົນສຳເລັດ. ໃນຊ່ວງໄລຍະສົງຄາມ ຊາວບ້ານລີ້ໄພ ຢູ່ກ້ອງຖານຫີນ ເອີ້ນວ່າ ຖ້ຳຕີນຜາ. ພວກເຂົາຍັງໄດ້ດໍາລົງຊີວິດ ໃນຖໍ້າແຫ່ງໜຶ່ງຊື່ວ່າ ຖ້ຳໝາ ເຊິ່ງຫ່າງຈາກບ້ານໄປປະມານ 5 ກິໂລແມັດ. ຊາວບ້ານຈື່ໄດ້ວ່າ ມີສຽງງຽບປະມານ 20 ນາທີ ໃນຕະຫຼອດໄລຍະສົງຄາມ. ຫີນຕາມແຄມແມ່ນໍ້າ ທີ່ຂ້າມໄດ້ຢູ່ທີ່ບ້ານຜານົບ ແມ່ນເປັນຮ່ອງຮອຍ ຂອງເສັ້ນທາງໂຮ່ຈີມິນ ຍັງມີຫີນຢູ່ຕາມທາງໃກ້ ກັບວັດຫີນເຫຼົ່ານີ້ ໄດ້ຕິດຕັ້ງເປັນເສັ້ນທາງ ໂຮ່ຈີມິນເຊັ່ນກັນ.

ກະດານດຳບ້ານ: ໃນປີ 1984 ຢູ່ພາຍໃນບ້ານບໍ່ມີກະບ້ານດໍາໃນໂຮງຮຽນ ດັ່ງນັ້ນພວກຜູ້ຊາຍຈໍານວນໜຶ່ງ ໄດ້ອອກເດີນທາງໄປຫ້ວຍນ້ຳຫຶກ ເພື່ອເອົາຄືນພາກສ່ວນ ຂອງປີກຍົນທີ່ເປັນຂອງ ຍົນແພນທອມ F4-C ເພື່ອນໍາມາໃຊ້ ເປັນກະດານດຳໃນໂຮງຮຽນ. ໃນ 20 ປີຕໍ່ມາກະດານດຳ ໄດ້ຕົກລົງໄປສູ່ພື້ນດິນ ຢູ່ໃນເດີນວັດບ້ານ.

 

6. ບ້ານວັງຄົນ
ບ້ານວັງຄົນ ຕັ້ງຊື່ຫຼັງຈາກທີ່ວັງນ້ຳ ແຫ່ງໜຶ່ງຂອງແມ່ນ້ຳໂງ ເຊິ່ງເປັນວັງທີ່ເດັກນ້ອຍ ຈົມນ້ຳຕາຍ ແລະ ຖືກມອງຊາວບ້ານ. ຮູບຮ່າງລັກສະນະແປກປະຫຼາດ ຂອງເດັກນອ້ຍທີ່ຈົມນໍ້າຕາຍ ໄດ້ເຮັດໃຫ້ຊາວບ້ານ ລືມເຫດການທີ່ເກີດຂື້ນນັ້ນບໍ່ໄດ້. ເດັກນ້ອຍຄົນນັ້ນ ຄາບແຂນໜຶ່ງໃນເທິງປາກ ແລະ ອີກເບື້ອງໜຶ່ງອັດຮູທະວານ. ຊາວບ້ານເວົ້າວ່າ ກ່ອນທີ່ເກີດສົ່ງສົງຄາມບ້ານ ນີ້ມີທົ່ງນາທີ່ກ້ວາງໃຫ່ຍ ແລະ ມີຮ່ອມພູທີ່ເຕັມໄປດ້ວຍຕົ້ນໄມ້ ທີສວຍສົດງົດງາມ. ຫຼັງຈາກສົງຄາມມານີ້ ຢູ່ພາຍໃນເຂດອອ້ມບ້ານ ເຕັມໄປດ້ວຍຂຸມລະເບີດ. ໃນປະຈຸບັນ ຂຸມລະເບີດຍັງມີໃຫ້ເບິ່ງ ແລະ ພວກຊາວບ້ານນລ້ຽງປາ ໃນຂຸມລະເບີດ ແລະ ປູກຜັກໃນຊ່ວງລະດູແລ້ງ. ປະມານ 3 ກິໂລແມັດ ຫ່າງຈາກທາງຫີນ ທີ່ຖືກນຳໃຊ້ໃນຊ່ວງສົງຄາມ, ແມ່ຍິງຢູ່ໃນບ້ານສອງຄົນ ໄດ້ພາພວກເຮົາໄປເບິ່ງຖ້ຳສອງແຫ່ງ ທີ່ນຳໃຊ້ເປັນບ່ອນລີ້ໄພຂອງຊາວບ້ານ ແລະ ທະຫານຫວຽດນາມເໜືອ. ຖ້ຳແຫ່ງໜຶ່ງຊື່ວ່າ ຖໍ້າແພວຄ່ອງ ເປັນແຫ່ງນ້ຳໃຫ້ກັບຖ້ຳໜຶ່ງຊື່ວ່າ ຖ້ຳແພວໝາ ຖໍ້າແພວໝາ ຖືກນຳໃຊ້ໂດຍທະຫານ. ຊາວບ້ານໄດ້ເວົ້າວ່າ ຖ້າວ່າ ທະຫານຫວຽດນາມ ບໍ່ໃຫ້ເຂົ້າກັບພວກເຂົາ ພວກເຂົາອາດຈະຫິວເຂົ້າຕາຍ.

ຮູບພາບ:ຖໍ້າແພ່ວກອງເປັນບໍ່ນໍ້າສຳລັບຊາວບ້ານໃຊ້ເຂົ້າໃນການດຳລົງຊີວິດໃນຊ່ວງຢູ່ໃນຖ້ຳ ຮູບພາບ. ຖໍ້າແພວໝາເປັນບ່ອນຢູ່ອາໄສຂອງທະຫານຫວຽດນາມເໜືອໃນຊ່ວງສົງຄາມ

 

7. ບ້ານແສນພັນ
ຮູບພາບ:  ເຮືອນຫຼັງນີ້ຢູ່ບ້ານແສນພັນຄືກັບບ້ານແບບດັ່ງເດີມຈົນກວ່າໄປກວດກາເບິ່ງໃກ້ຈຶ່ງຮູ້ວ່າແອ້ມດວ້ຍວັດສະດຸທີ່ມາຈາກລະເບີດຊາວບ້ານແສນພັນ ມີຊື່ສຽງສຳລັບ ການເກັບໂລຫະເສດຂາຍ. ພວກເຂົາໄດ້ປະດິດເຄື່ອງຈັກ ຈາກໂລຫະທີ່ສາມາດ ນຳໃຊ້ຢູ່ໃຕ້ພື້ນນ້ຳ ໃນແມ່ນ້ຳທີ່ໄຫຼຜ່ານບ້ານ. ມີຄອບຄົວໜຶ່ງ ໄດ້ສ້າງເຮືອນແບບຜິດກົດໝາຍ ເຮືອນພວກເຂົາ ແອ້ມດ້ວຍອາລູມິນຽມ ຈາກກະປ້າງລະເບີດ ແລະ ຂັນໄດເຮືອນ ເຮັດດ້ວຍວັດສະດຸ ທີ່ເປັນຫຼອດຈາກໜ່ວຍລະເບີດ. ຫຼອດເຫຼົ່ານັ້ນ ໄດ້ຫຼຸດອອກຫຼັງຈາກ ປ່ອຍລູກລະເບີດ CBU 14 ແລະ SUU 14 ລົງສູ່ພື້ນດິນ. ເຈົ້າຂອງເຮືອນຫຼັງນີ້້ ເຮືອນຫຼັງນີ້່ວ່າ ທະນາຄານ ເພາະວ່າ ຖ້າຫາຄອບຄົວຂອງລາວ ບໍ່ມີເງິນລາວຈະຂາຍ ບາງສ່ວນຂອງເຮືອນ ໃຫ້ກັບພໍ່ຄ້າຊື້ເສດໂລຫະ. ເຮືອນຫຼັງນີ້ ເຄີຍມີວັດຖຸຫຼາຍຊະນິດ ປະກອບເຂົ້າເປັນ ໂຄງສ້າງເຮືອນ ແຕ່ວ່າ ເຈົ້າຂອງເຮືອນຕ້ອງການເງິນ ໃຊ້ບາງຄັ້ງໃນສະໄໝກ່ອນ.

ແຜນທີ່

ແຜນທີ່ຫິນໜາມໜໍ່

VIDEOS

ຂ່າວລ່າສຸດ


ຕິດຕໍ່: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ
ຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້ ແຂວງຄຳມ່ວນ
ຖະໜົນ: ອານຸວົງ, ບ້ານ: ເຫຼົ່າໂພໄຊ, ເມືອງ: ທ່າແຂກ, ແຂວງ: ຄຳມ່ວນ
ໂທ/ແຟັກ: +856 – 51 – 213 344
www.hinnamno.org