ການຈັດເຝິກອົບຮົມຮອບດ້ານກ່ຽວກັບລະບົບ SMART ເຄື່ອງມືທີ່ສ້າງມາດຕະຖານ ໃນການເກັບກໍາຂໍ້ມູນ, ວິເຄາະ ແລະ ສ້າງບົດລາຍງານ

Aug 15, 2024

#ເລື່ອງເລົ່າປະຈຳເດືອນ #StoryOfTheMonth 

ເພື່ອສົ່ງເສີມວຽກງານອະນຸລັກ, ໂຄງການ ປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດ ປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (ProFEB) ແລະ ໂຄງການ ການສ້າງສິ່ງຈູງໃຈ ເພື່ອຫຼຸດຜ່ອນການປ່ອຍອາຍພິດ ຈາກການທໍາລາຍ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ (CliPAD) ມີການຈັດເຝິກອົບຮົມຮອບດ້ານກ່ຽວກັບລະບົບ SMART ເຊິ່ງຝຶກໂດຍຊ່ຽວຊານຈາກ ອຸທິຍານແຫ່ງຊາດຫີນໜາມໜໍ່  ໂດຍເນັ້ນໃສ່ຜູ້ເຂົ້າຮ່ວມຈາກສວນອຸທິຍານແຫ່ງຊາດນໍ້າຊຳ, ນໍ້າຜຸຍ, ສວນອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ສວນອຸທິຍານແຫ່ງຊາດນໍ້າແອັດພູເລີຍ.  

SMART ເປັນເຄື່ອງມືທີ່ສ້າງມາດຕະຖານ ໃນການເກັບກໍາຂໍ້ມູນ, ວິເຄາະ ແລະ ສ້າງບົດລາຍງານ ເພື່ອຮັບປະກັນວ່າຂໍ້ມູນທີ່ຖືກເກັບກຳນັ້ນ ຈະເປັນປະໂຫຍດໃຫ້ແກ່ການຕັດສິນໃຈ ຂອງຜູ້ລົງລາດຕະເວນໃຫ້ງ່າຍ ແລະ ວ່ອງໄວຂຶ້ນໃນເວລາປະຕິບັດໜ້າທີ່ ເຊິ່ງຈະຊ່ວຍປັບປຸງແຜນຍຸດທະສາດໃນການອານຸລັກ. 

ພວກເຮົາຈະນຳໃຊ້ #SMART ໃນການລາດຕະເວນບັນທຶກການເຄື່ອນໄຫວຂອງສັດ. ຕົວຢ່າງ ຢູ່ສວນອຸທິຍານແຫ່ງຊາດນໍ້າແອັດພູເລີຍ ມີເສືອໂຄ່ງເຊິ່ງເປັນສັດທີ່ໃກ້ຈະສູນພັນ ສະນັ້ນເຄື່ອງມືນີ້ຈະຊ່ວຍພວກເຮົາ ໃນການບັນທຶກຈຳນວນຕົວເລກຂອງ ແລະ ທີ່ຢູ່ອາໄສຂອງເສືອ ເພື່ອເຮັດໃຫ້ວຽກງານອະນຸລັກມີປະສິດທິພາບຫຼາຍຂຶ້ນທ່ານ ຕ໋ອງຄຳ ສຸລິຍົດລາທັນ ຄະນະປະສານງານໂຄງການ I-GFLL ຂັ້ນແຂວງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ. 

ກິດຈະກຳນີ້ ແມ່ນພາກສ່ວນໜຶ່ງຂອງວຽກງານຊີວະນາໆພັນ ທີ່ຢູ່ພາຍໃຕ້ໂຄງການ #ProFEB ທີ່ເຮັດວຽກຮ່ວມກັບໂຄງການ #CliPAD, ຮ່ວມສະໜັບສະໜູນໂດຍ ລັດຖະບານເຢຍລະມັນ ແລະ ສະຫະພາບເອີຣົບ. ກິດຈະກຳນີ້ເນັ້ນໜັກໃສ່ການສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານລັດໃນການສົ່ງເສີມ ວຽກງານອະນຸລັກຊີວະນາໆພັນ.