Between 18 and 21 August, the results of the national consultation process in Vietnam on the government’s support for the nomination of Hin Nam No of Laos as a transboundary extension to the Phong Nha-Ke Bang World Heritage site of Vietnam were discussed between a team from Phong Nha-Ke Bang and the Lao stakeholders in Khammouane Province. The Vietnamese delegation took the opportunity to visit Hin Nam No National Park and discuss future cooperation between the parks, across the border, for the protection of its conservation values and integrated sustainable and equitable development of the region.
ໃນລະຫວ່າງວັນທີ 18 ຫາ ວັນທີ 21 ສິງຫາ 2023, ກອງປະຊຸມປຶກສາຫາລືວິຊາການ ລະຫວ່າງ ແຂວງກວາງບິງ ແລະ ຄຳມ່ວນ ກ່ຽວກັບ ເອກະສານຄຳຮ້ອງ ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ການປະສານງານຮ່ວມຊາຍແດນ ໄດ້ຈັດຂຶ້ນ ທີ່ ແຂວງ ຄຳມ່ວນ ໂດຍມີຄະນະຜູ້ເເທນຕາງໜ້າຈາກ ອຸທິຍານເເຫ່ງຊາດ ຟອງຍາແກບາງ, ສສ ຫວຽດນາມ ແລະ ຄະນະຜູ້ເເທນຕາງໜ້າ ຈາກລັດຖະບານລາວເຂົ້າຮ່ວມ. ຈຸດປະສົງ ເເມ່ນເພື່ອປຶກສາຫາລື ແລະ ໃຫ້ການສະໜັບສະໜູນທາງດ້ານວິຊາການ ໃນ ການສະເໜີຊື່ ຫີນໜາມໜໍ່ ເປັນມໍລະດົກໂລກຮ່ວມຊາຍແດນ ກັບ ອຸທິຍານເເຫ່ງຊາດ ຟອງຍາແກບາງ ຂອງ ສສ ຫວຽດນາມ.
ຫລັງຈາກກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດສືບຕໍ່ລົງຢ້ຽມຢາມ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ປຶກສາຫາລື ກ່ຽວກັບການຮ່ວມມືໃນອະນາຄົດ ລະຫວ່າງສອງອຸທິຍານ ເພື່ອເປັນການປົກປັກຮັກສາ ເເລະ ອະນຸລັກຊີວະນາໆພັນຢູ່ໃນພາກພື້ນ ໃຫ້ມີ ຄວາມຍືນຍົງ.