World Heritage Nomination of Hin Nam No goes hand in hand

Oct 13, 2022

 

The mission of the Lao Delegation to Hanoi took place on 12 September 2022 at the Ministry of Culture, Sports and Tourism in Viet Nam as the Bilateral and Technical Consultation between Laos and Vietnam. The mission was led by the Department of Heritage, with technical support from the GIZ-ProFEB project on submitting the Nomination Dossier of the Hin Nam No National Park as a transboundary extension to the Phong Nha-Ke Bang National Park of Viet Nam. The objectives were to kick-start collaboration on the transboundary nomination of Phong Nha-Ke Bang and Hin Nam No by consulting, exchanging information, sharing the updated progress and identifying future cooperation.

The results of the bilateral meeting have confirmed its consent to support the Lao delegation to submit the Nomination Dossier of Hin Nam No National Park for the transboundary extension to the Phong Nha-Ke Bang. Furthermore, during this meeting, some documents (the Executive Summary of the Nomination Dossier and revised Tentative List) were shared and agreed upon to appoint the focal point for both sides.

ທີມງານຝ່າຍລາວ ໄດ້ຈັດການຢ້ຽມຢາມຮ່າໂນຍ ໃນວັນທີ 12 ກັນຍາ 2022 ທີ່ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງ ສສ ຫວຽດນາມ ເປັນການພົບປະສອງຝ່າຍ ລະຫວ່າງ ລາວ ແລະ ຫວຽດນາມ: ຊຶ່ງຝ່າຍລາວ ຊີ້ນຳໂດຍ ກົມມໍລະດົກ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍການສະໜັບສະໜູນທາງວິຊາການຈາກ ໂຄງການ ProFEB ໃນການກະກຽມເອກະສານຄຳຮ້ອງຂອງ ອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນເຂດຂະຫຍາຍມໍລະດົກໂລກຮ່ວມຊາຍແດນກັບເຂດມໍລະດົກໂລກ ຟອງຍ່າ-ເກບັງ ຂອງ ສ.ສ. ຫວຽດນາມ. ຈຸດປະສົງແມ່ນເພື່ອລິເລີ່ມການປະສານງານ ກ່ຽວກັບ ການນຳສະເໜີເຂດຟອງຍ່າ-ເກບັງ ແລະ ຫີນໜາມໜໍ່ ໂດຍການປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ຄືກັນກັບ ລາຍງານຄວາມຄືບໜ້າ ແລະ ກຳນົດການຮ່ວມມືໃນອະນາຄົດ. ຜົນຂອງການພົບປະສອງຝ່າຍ ແມ່ນເພື່ອຢັ້ງຢືນ ຄວາມເຫັນພ້ອມໃນການສະໜັບສະໜູນ ທີມງານຝ່າຍລາວ ໃນການສົ່ງເອກະສານຄຳຮ້ອງຂອງ ອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນເຂດຂະຫຍາຍມໍລະດົກໂລກຮ່ວມຊາຍແດນ ກັບເຂດອຸທິຍານແຫ່ງຊາດ ຟອງຍ່າ-ເກບັງ, ສ.ສ. ຫວຽດນາມ. ຢູ່ໃນການປະຊຸມຄັ້ງນີ້, ເອກະສານຈຳນວນໜຶ່ງ ໄດ້ຖືກແຈກຢາຍ ແລະ ນຳສະເໜີ ພ້ອມທັງຄວາມເປັນເອກະພາບໃນການແຕ່ງຕັ້ງ ຈຸດປະສານງານຂອງ ສອງຝ່າຍ.