ສັດປ່າ

ສັດປ່າໃນອຸທິຍານແຫ່ງຊາດ ຫີນໜາມໜໍ່

ອຸທິຍານແຫ່ງຊາດ ຫີນໜາມໜໍ່ໃນ ສປປ ລາວ ແລະ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງໃນປະເທດຫວຽດນາມ ເປັນເຂດພື້ນທີ່ອະນຸລັກອັນໜ້າປະທັບໃຈແຫ່ງໜຶ່ງທີ່ມີທັງລະບົບນິເວດເທິງບົກ ແລະ ນໍ້າຈືດທີ່ຫຼາກຫຼາຍປະກອບດ້ວຍສັດທີ່ມີກະດູກສັນຫຼັງຫຼາຍກວ່າ 800 ຊະນິດ ລວມທັງສັດລ້ຽງລູກດ້ວຍນໍ້ານົມ 154 ຊະນິດ, ສັດເລືອຄານ 117 ຊະນິດ, ສັດເຄິ່ງບົກເຄິ່ງນໍ້າ 58 ຊະນິດ, ນົກ 314 ຊະນິດ ແລະ ປານໍ້າຈືດ 117 ຊະນິດ ເຊິ່ງສັດສ່ວນຫຼາຍໃນອຸທິຍານ ເປັນຊະນິດພັນຫາຍາກທີ່ໃກ້ສູນພັນຂອງໂລກ ແລະ ໃນນັ້ນມີ 38 ຊະນິດທີ່ເປັນຊະນິດພັນສະເພາະຖິ່ນຂອງສາຍພູຫຼວງລວມທັງ ສັດຕະກູນລີງຈໍານວນ 4 ຈໍາພວກ. ນອກຈາກນັ້ນ ກໍຍັງມີທັງຊະນິດພັນເທິງບົກ ແລະ ນໍ້າຈໍານວນຫຼາຍ ທີ່ອາໄສຢູ່ໃນພື້ນທີ່ພູຫີນປູນສະເພາະ ແລະ ມີບົດບາດສໍາຄັນໃນການສະໜັບສະໜູນການຢູ່ລອດຂອງປະຊາກອນສັດປ່າຈໍານວນຫຼາຍໃນໄລຍະຍາວ ພ້ອມກັບເປັນອັນຍະມະນີແຫ່ງນີ້ທີ່ເກັບຮັກສາຄວາມລັບທາງຊີວະນາໆພັນໄວ້ຢ່າງຫຼວງຫຼາຍທີ່ຍັງລໍຖ້າການຄົ້ນພົບ ແລະ ເຮັດໃຫ້ພື້ນທີ່ນີ້ກາຍເປັນແຫຼ່ງລວມຕົວທີ່ໜ້າປະທັບຂອງສັດປ່າ ຫຼາຍຊະນິດໃນໂລກອີກດ້ວຍ.

ພື້ນທີ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນຖິ່ນທີ່ຢູ່ອາໄສທີ່ອຸດົມສົມບູນສໍາລັບສັດປ່າຫຼາກຫຼາຍຊະນິດທີ່ໜ້າສົນໃຈ ແລະ ກໍຍັງເປັນຖິ່ນທີ່ຢູ່ອາໄສຂອງສັດທີ່ມີກະດູກສັນຫຼັງທີ່ໜ້າປະທັບໃຈ 537 ຊະນິດ ໂດຍແຕ່ລະຊະນິດພັນມີບົດບາດດຽວກັນຢູ່ໃນລະບົບນິເວດທີ່ຊັບຊ້ອນແຫ່ງນີ້.

ຊະນິດພັນສັດລ້ຽງລູກດ້ວຍນໍ້ານົມຂອງອຸທິຍານມີຄວາມສໍາຄັນ ເນື່ອງຈາກວ່າ ພວກມັນເປັນຫົວຂໍ້ທີ່ໜ້າສົນໃຈສໍາລັບການສຶກສາຄົ້ນຄວ້າວິໄຈ ແລະ ການຄຸ້ມຄອງອະນຸລັກ ໃນໄລຍະຜ່ານມາ ຊ່ຽວຊານໄດ້ຢັ້ງຢືນ ຫຼື ຢັ້ງຢືນຄືນໃໝ່ວ່າມີຊະນິດພັນສັດປ່າທີ່ລ້ຽງລູກດ້ວຍນໍ້ານົມເຖິງ 88 ຊະນິດທີ່ແຕກຕ່າງກັນ ແລະ ມີອີກ 6 ຊະນິດທີ່ຍັງຢູ່ໃນຂັ້ນຕອນຂອງການຈໍາແນກຊະນິດພັນ.

ອຸທິຍານແຫ່ງຊາດ ຫີນໜາມໜໍ່ເປັນບ່ອນລີ້ໄພຂອງສັດຕະກູນລີງຢ່າງໜ້ອຍ 10 ຊະນິດແຕກຕ່າງກັນ ໂດຍສ່ວນຫຼາຍເປັນຊະນິດພັນໃກ້ສູນພັນຂອງໂລກ ເຊິ່ງເປັນສິ່ງທີ່ເຮັດໃຫ້ອຸທິຍານແຫ່ງນີ້ມີຄວາມພິເສດແຕກຕ່າງກັບບ່ອນອື່ນໆ ນັ້ນກໍຄືສັດປ່າເຫຼົ່ານີ້ເປັນເອກະລັກສະເພາະຂອງອຸທິຍານ ຫຼື ສາຍພູຫຼວງ…

Black langur (Trachypithecus ebenus) Credits: Ryan Deboodt

Black langur (Trachypithecus ebenus) Credits: Ryan Deboodt

Red shanked Douc Langur and its baby (Pygathrix nemaeus) Credits: Jan de Groot

Red shanked Douc Langur and its baby (Pygathrix nemaeus) Credits: Jan de Groot

Bengal Slow Loris (Nycticebus bengalensis) Credits: Bui Tuan Hai

Bengal Slow Loris (Nycticebus bengalensis) Credits: Bui Tuan Hai

Common Palm Civet (Paradoxurus hermaphroditus) Credits: Ryan Deboodt

Common Palm Civet (Paradoxurus hermaphroditus) Credits: Ryan Deboodt

Camera-trap image of a Leopard cat (Prionailurus bengalensis) Credits: GIZ ProFEB

Camera-trap image of a Leopard cat (Prionailurus bengalensis) Credits: GIZ ProFEB

Camera-trap image of a Large-antlered Muntjak (Muntiacus vuquangensis) Credits: GIZ ProFEB

Camera-trap image of a Large-antlered Muntjak (Muntiacus vuquangensis) Credits: GIZ ProFEB

ການນໍາໃຊ້ເທັກໂນໂລຢີກ້ອງດັກຖ່າຍສັດປ່າ ຊ່ວຍໃຫ້ສາມາດບັນທຶກຮູບພາບຂອງກວາງຈໍານວນຫຼາຍຊະນິດພາຍໃນພື້ນທີ່ຂອງອຸທິຍານ ແລະ ການລວມຕົວກັນຂອງກວາງທີ່ຫຼາກຫຼາຍນີ້ ລວມທັງຊະນິດພັນທີ່ໃກ້ສູນພັນ ຫຼື ຊະນິດພັນທີ່ມີຄວາມສ່ຽງຕໍ່ການສູນພັນຂອງໂລກເຊັ່ນ ກວາງໃຫຍ່, ຟານເຂົາໃຫຍ່  ແລະ ເຍືອງ. ນອກຈາກນັ້ນ ກໍຍັງພົບເຫັນປະຊາກອນຂອງຟານເລົ່າ ແລະ ຟານໄກ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງພື້ນທີ່ນີ້ຄືກັນກັບເຂດອະນຸລັກພັນສັດປ່າທີ່ສ່ຽງຕໍ່ການສູນພັນ.

ການຈໍາແນກຊະນິດພັນສັດກິນເນື້ອຈໍານວນຫຼາຍຊະນິດໃນພື້ນທີ່ອຸທິຍານເຊັ່ນ ເສືອລາຍເມກ, ເຫງັນອົ້ມ ແລະ  ໝາໄນໄມ້ ນອກຈາກນັ້ນກໍຍັງມີການລາຍງານການພົບເຫັນໝີ ແລະ ນາກນໍ້າ ໂດຍທີມງານກວດກາລາດຕະເວນອຸທິຍານ ແຕ່ວ່າ ການຈໍາແນກຊະນິດພັນຍັງຢູ່ໃນຂະບວນການດໍາເນີນການ…

ອຸທິຍານແຫ່ງນີ້ ຍັງເປັນບ່ອນຢູ່ອາໄສຂອງເຈຍ​ທີ່ໜ້າສົນໃຈ 41 ຊະນິດ ໂດຍກວມເອົາ 43% ຂອງປະຊາກອນເຈຍທັງໝົດທີ່ຄົ້ນພົບໃນ ສປປ ລາວ ເຊິ່ງຈຳພວກເຈຍໃນອຸທິຍານແຫ່ງຊາດ ຫີນໜາມໜໍ່ມີຊະນິດພັນໜຶ່ງທີ່ມີຄວາມສ່ຽງຕໍ່ກັບ ການສູນພັນໃນອະນາຄົດ (ເຈຍຕີນໃຫຍ່) ແລະ ອີກໜຶ່ງຊະນິດທີ່ມີຄວາມສ່ຽງຕໍ່ການສູນພັນ (ເຈຍມີໃບດັງ). ພື້ນທີ່ອຸທິຍານມີຖໍ້າທີ່ອຸດົມສົມບູນ ແລະ ປະຊາກອນເຈຍຈໍານວນຫຼາຍອາໄສຢູ່ຕາມເພດານຂອງຖໍ້າໃນສະພາບທີ່ບໍ່ຖືກລົບກວນ ລວມທັງເຄືອຄ່າຍຂອງຖໍ້າຂະໜາດໃຫຍ່ ແລະ ຖິ່ນທີ່ຢູ່ອາໄສຂອງປ່າໄມ້ທີ່ສໍາຄັນທີ່ຊ່ວຍລ້ຽງກຸ່ມຂອງຈໍາພວກເຈຍຫຼາຍຊະນິດທີ່ມີຄວາມສໍາຄັນທາງລະບົບນິເວດທີ່ຫຼາກຫາຍ…

Hipposideros scutinares Credits: GIZ ProFEB/ Neil M. Furey

Hipposideros scutinares Credits: GIZ ProFEB/ Neil M. Furey

Great Hornbill (Buceros bicornis) Credits: GIZ ProFEB

Great Hornbill (Buceros bicornis) Credits: GIZ ProFEB

Bare-faced Bulbul (Nok Hualon) Credits: GIZ ProFEB / Nguyen Dinh Duy

Bare-faced Bulbul (Nok Hualon) Credits: GIZ ProFEB / Nguyen Dinh Duy

Bent-toed Gecko (Cyrtodactylus Calamei) Credits: IUCN / Peter Brakels

Bent-toed Gecko (Cyrtodactylus Calamei) Credits: IUCN / Peter Brakels

Lao Knobby Newts (Tylototriton notialis) Credits: GIZ ProFEB

Lao Knobby Newts (Tylototriton notialis) Credits: GIZ ProFEB

Cave Fish (Schistura kaysonei) Credits: GIZ ProFEB

Cave Fish (Schistura kaysonei) Credits: GIZ ProFEB

The Giant Cave Huntsmen Spider (Heteropoda steineri) Credits: GIZ ProFEB

The Giant Cave Huntsmen Spider (Heteropoda steineri) Credits: GIZ ProFEB

Endemic cave scorpion (Troglokhammouanus steineri) Credits: GIZ ProFEB / Martin Lenk

Endemic cave scorpion (Troglokhammouanus steineri) Credits: GIZ ProFEB / Martin Lenk

ສັດເຄິ່ງບົກເຄິ່ງນໍ້າ ແລະ ສັດເລືອຄານໃນອຸທິຍານແຫ່ງຊາດຫີນໜາມໜໍ່ມີຄວາມອຸດົມສົມບູນ ແລະ ຫຼາກຫຼາຍ ໂດຍມີການບັນທຶກໄວ້ເຖິງ 98 ຊະນິດ ລວມທັງກັບແກ້/ຈີ່ກຽມຜາ 12 ຊະນິດທີ່ມີສະເພາະໃນພູຫີນປູນ ພ້ອມກັບເປັນຊະນິດພັນສະເພາະຖິ່ນຂອງສາຍພູຫຼວງ ຫຼື ອຸທິຍານເອງ. ນອກຈາກນັ້ນ ກໍຍັງມີການພົບເຫັນງູກະບາທີ່ໃກ້ສູນພັນເຊິ່ງມີ​ພິດຮ້າຍແຮງ 2 ຊະນິດ, ເຕົ່າທີ່ໃກ້ສູນພັນທີ່ອາໄສຢູ່ເທິງບົກ ແລະ ນໍ້າຈໍານວນຫຼາຍລວມທັງເຕົ່າງັບເຜິ້ງພາກກາງ, ເຕົ່າສາມຫຼ່ຽມກົງ ແລະ ເຕົ່າໃບໄມ້. ອີກຢ່າງ ການພົບເຫັນປາຕີນໃນຂອບເຂດພື້ນທີ່ຂອງອຸທິຍານ ເຊິ່ງເປັນໜຶ່ງໃນສອງຊະນິດພັນຂອງປາຕີນທີ່ມີຕົ້ນກໍາເນີດໃນປະເທດລາວ ແລະ ມີພື້ນທີ່ການກະຈາຍຈໍາກັດ ອາດຈະມີທ່າແຮງນໍາໃຊ້ເປັນຢາພື້ນເມືອງໃນອະນາຄົດ ແລະ ມັນຖືກຈັດເປັນຊະນິດພັນທີ່ມີຄວາມສ່ຽງຕໍ່ການສູນພັນຂອງໂລກອີກດ້ວຍ. ອີງຕາມການຈໍາແນກຊະນິດພັນໃໝ່ໆຈໍານວນຫຼາຍຂອງອຸທິຍານໃນໄລຍະຜ່ານມາ ສະແດງໃຫ້ເຫັນວ່າ ອາດຈະມີການຄົ້ນພົບຊະນິດພັນສະເພາະຖິ່ນທີ່ມີເອກະລັກໂດດເດັ່ນຈໍານວນຫຼາຍເພີ່ມຕື່ມອີກໃນຕໍ່ໜ້າ…

ການປົກປັກຮັກສາ ແລະ ການຕິດຕາມກວດກາ

ລະບົບນິເວດທໍາມະຊາດທີ່ພົບໃນອຸທິຍານແຫ່ງຊາດ ຫີນໜາມໜໍ່ຂອງ ສປປ ລາວ ແລະ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງປະເທດຫວຽດນາມ ມີຄວາມຫຼາກຫຼາຍເປັນພິເສດທີ່ບໍ່ສາມາດທຽບກັບບ່ອນອື່ນໄດ້ ພວກມັນມີຄຸນຄ່າທາງລະບົບນິເວດຢ່າງມະຫາສານ ເພາະວ່າພວກມັນຊ່ວຍອໍານວຍຄວາມສະດວກໃຫ້ກັບການຢູ່ລອດຂອງສັດປ່າຫຼາກຫຼາຍຊະນິດທີ່ອາໄສຢູ່ໃນພື້ນທີ່ນີ້ເທົ່ານັ້ນ ສະນັ້ນ ການປົກປັກຮັກສາສະພາບແວດລ້ອມເຫຼົ່ານີ້ເປັນສິ່ງສໍາຄັນໃນການຮັບປະກັນການຢູ່ລອດຂອງຊະນິດພັນເຫຼົ່ານີ້ໃນໄລຍະຍາວ.

ເຈົ້າໜ້າທີ່ຄຸ້ມຄອງອຸທິຍານ ມີໜ້າທີ່ຮັບຜິດຊອບການຄຸ້ມຄອງວຽກງານອະນຸລັກອຸທິຍານ ລວມທັງການຕິດຕາມກວດກາຄວາມອຸດົມສົມບູນຂອງລະບົບນິເວດ, ການຄຸ້ມຄອງການເຂົ້າເຖິງຂອງນັກທ່ອງທ່ຽວ ແລະ ການດໍາເນີນມາດຕະການປ້ອງກັນອຸທິຍານຈາກຜົນກະທົບຂອງມະນຸດ.

ເຈົ້າໜ້າທີ່ລາດຕະເວນອຸທິຍານ ມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດກົດລະບຽບ ແລະ ກົດໝາຍຕ່າງໆ ລວມທັງການຕິດຕາມ, ການຢັ້ງຢືນຊະນິດພັນ ແລະ ການສ້າງຄວາມເຂົ້າໃຈກ່ຽວກັບຊະນິດພັນຕ່າງໆຂອງອຸທິຍານ.

ນອກຈາກເຈົ້າໜ້າທີ່ລາດຕະເວນແລ້ວ ການບອກເລົ່າຂອງຊາວບ້ານໃນທ້ອງຖິ່ນ ກໍຍັງມີຄວາມສໍາຄັນສໍາລັບການສ້າງຄວາມເຂົ້າໃຈກ່ຽວກັບນິເວດຂອງອຸທິຍານອີກດ້ວຍ ເນື່ອງຈາກວ່າຊາວບ້ານທີ່ດໍາລົງຊີວິດໃນບໍລິເວນໃກ້ຄຽງສ່ວນຫຼາຍແລ້ວມີຄວາມຮູ້ ແລະ ພູມປັນຍາທີ່ມີຄຸນຄ່າກ່ຽວກັບພືດພັນ ແລະ ສັດປ່າທີ່ອາໄສຢູ່ໃນພື້ນທີ່ຂອງອຸທິຍານ.

ອີກຢ່າງ ກ້ອງດັກຖ່າຍສັດປ່າ ກໍເປັນເຄື່ອງມືທີ່ມີປະໂຫຍດໃນ​ການ​ຕິດ​ຕາມ​ສັດ​ປ່າ ແລະ ຊ່ວຍອໍານວຍຄວາມສະດວກໃນການບັນທຶກຂໍ້ມູນຮູບພາບ ແລະ ພຶດຕິກໍາຂອງພວກມັນ.