ປະຊາຊົນ

ປະຊາຊົນໃນເຂດອຸທິຍານແຫ່ງຊາດ ຫີນໜາມໜໍ່

Credits: GIZ ProFEB/Lucas Wahl

Credits: GIZ ProFEB/Lucas Wahl

Credits: GIZ ProFEB

Credits: GIZ ProFEB

Salang Woman - Credits: GIZ ProFEB

Salang Woman - Credits: GIZ ProFEB

ອຸທິຍານແຫ່ງຊາດ ຫີນໜາມໜໍ່ ບໍ່ພຽງແຕ່ໃຫ້ຄວາມສວຍສົດງົດງາມທາງທໍາມະຊາດທີ່ໜ້າຫຼົງໄຫຼເທົ່ານັ້ນ ແຕ່ຍັງມີມໍລະດົກທາງວັດທະນະທໍາດັ້ງເດີມອັນເກົ່າແກ່ມາຕັ້ງແຕ່ສະໄໝຍຸກກ່ອນປະຫວັດສາດອີກດ້ວຍ ແລະ ເຄີຍເປັນຖິ່ນທີ່ຢູ່ອາໄສຂອງກຸ່ມຊົ່ນເຜົ່າຕ່າງໆ ໃນພື້ນທີ່ມາເປັນເວລາຫຼາຍສະຕະວັດແລ້ວ ສະນັ້ນ ຈຶ່ງສົ່ງຜົນເຮັດໃຫ້ປະຊາຊົນທ້ອງຖິ່ນໃນເຂດພື້ນທີ່ອຸທິຍານມີຄວາມຫຼາກຫຼາຍທາງດ້ານຮີດຄອງ ແລະ ປະເພນີ.

ປະຫວັດຄວາມເປັນມາຂອງອຸທິຍານນັບຕັ້ງແຕ່ການຕັ້ງຖິ່ນຖານຂອງມະນຸດຍຸກທໍາອິດຈົນມາເຖິງຍຸກປັດຈຸບັນ ກາຍເປັນຫຼັກຖານທີ່ຈະແຈ້ງ ເຊິ່ງສະແດງໃຫ້ເຫັນເຖິງຄວາມອົດທົນ ແລະ ການປັບຕົວຂອງຜູ້ອາໄສໃຫ້ເຂົ້າກັບສະພາບແວດລ້ອມ ໃນພື້ນທີ່ອຸທິຍານ ຄຽງຄູ່ໄປກັບການຮຽນຮູ້ວິທີການຢູ່ຮ່ວມກັບໂລກຂອງທໍາມະຊາດ.

Early Ban Chiang style bowl Credits: David Davenport

Early Ban Chiang style bowl Credits: David Davenport

Tham Long 2 Wooden Coffins Credits: David Davenport

Tham Long 2 Wooden Coffins Credits: David Davenport

Bomb craters on the Ho Chi Minh trail Credits: GIZ ProFEB

Bomb craters on the Ho Chi Minh trail Credits: GIZ ProFEB

ສະໄໝຍຸກກ່ອນປະຫວັດສາດ

ພູມີທັດຫີນໜາມໜໍ່ ແລະ ພື້ນທີ່ໃກ້ຄຽງມີມໍລະດົກທາງວັດທະນາທໍາອຸດົມສົມບູນມາເປັນເວລາຍາວນານ ເຊິ່ງອາດຈະມີອາຍຸ ຢ້ອນກັບໄປເຖິງສະໄໝຍຸກກ່ອນປະຫວັດສາດ ເນື່ອງຈາກມີການພົບເຫັນຫຼັກຖານສິ່ງປະດິດຫີນຈໍານວນຫຼາຍໃນພື້ນທີ່ອຸທິຍານ. ໃນອະດີດ ມີຖໍ້າຈໍານວນຫຼາຍຖືກນໍາໃຊ້ເປັນທີ່ຢູ່ອາໄສ ແລະ ບ່ອນເກັບສົບຄົນຕາຍ ເພາະວ່າຖໍ້າເຫຼົ່ານີ້ຢູ່ໃກ້ກັບລະດັບພື້ນໜ້າດິນທີ່ມີແຫຼ່ງ ອາຫານ, ນໍ້າ ແລະ ກ້ອນຫີນເໝາະສໍາລັບເຮັດເຄື່ອງມືຕ່າງໆ ເຊິ່ງມໍລະດົກເຫຼົ່ານີ້ ກໍຍັງໄດ້ຮັບການປົກປັກຮັກສາໄວ້ເປັນຢ່າງດີໂດຍພູຫີນປູນສູງຊັນຢູ່ໃນເຂດຫ່າງໄກຂອງຫີນໜາມໜໍ່ ແລະ ກາຍເປັນແຫຼ່ງຊັບສົມບັດທາງຂໍ້ມູນຂ່າວສານໃນການສະໜອງຄວາມຮູ້ກ່ຽວກັບປະຫວັດສາດ ແລະ ສະໄໝຍຸກກ່ອນປະຫວັດສາດຂອງພື້ນທີ່. ດັ່ງນັ້ນ ຜູ້ຊ່ຽວຊານຄາດວ່າ ການບັນທຶກຍຸກກ່ອນປະຫວັດສາດຂອງພື້ນທີ່ອຸທິຍານນີ້ມີອາຍຸດົນນານ ແລະ ຜ່ານມາຫຼາຍຍຸກແລ້ວ ເນື່ອງຈາກມັນເປັນເຂດພື້ນທີ່ ທີ່ມີຄວາມເປັນໄປໄດ້ສູງໃນການສຶກສາຄົ້ນຄວ້າກ່ຽວກັບ “ມະນຸດຍຸກໃໝ່” ກຸ່ມທີ່ເຂົ້າມາຕັ້ງຖິ່ນຖານກ່ອນໝູ່ຢູ່ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ກຸ່ມມະນຸດ ໂຮໂມ ອີເຮັກຕັສ (ມະນຸດທີ່ເກີດຂື້ນໃນຊ່ວງປະມານ 2 ລ້ານປີກ່ອນ).

ສະໄໝອານາຈັກລາວລ້ານຊ້າງ

ໃນຊ່ວງລະຫວ່າງສະຕະວັດທີ 14 ຫາ 17 ຂົງເຂດພື້ນທີ່ນີ້ໂດຍສ່ວນໃຫຍ່ທີ່ຂື້ນກັບການປົກຄອງຂອງລາວໃນປັດຈຸບັນທີ່ເຄີຍມີຄວາມໂດດເດັ່ນໃນຊື່ “ລ້ານຊ້າງ” ເປັນອານາຈັກທີ່ຈະເລີນຮຸ່ງເຮືອງຈາກຊັບພະຍາກອນທໍາມະຊາດ ແລະ ເປັນເສັ້ນຜ່ານທາງຍຸດທະສາດການຄ້າລະຫວ່າງທິດເໜືອ-ໃຕ້ ແລະ ຕາເວັນອອກ-ຕາເວັນຕົກໃນທົ່ວແຫຼມອິນດູຈີນ. ຫີນໜາມໜໍ່ຕັ້ງຢູ່ຈຸດສູນກາງທີ່ສໍາຄັນຂອງບັນດາເສັ້ນທາງການຄ້າເຫຼົ່ານີ້ທີ່ລ້ອມດ້ວຍສາຍພູກິ໋ວມູ່ຢ່າ ແລະ ສາຍພູ ກິ໋ວ ບ້ານກາໄຣທີ່ຕັດຜ່ານສາຍພູຫຼວງພາກເໜືອ ແລະ ພາກໃຕ້ ສະນັ້ນ ຈຶ່ງເຮັດໃຫ້ຫີນໜາມໜໍ່ສາມາດເຊື່ອມຕໍ່ກັບບັນດາເຄືອຄ່າຍເສັ້ນທາງ ແລະ ສາຍນໍ້າເຂົ້າກັບທ່າເຮືອໃນມະຫາສະໝຸດໄດ້ ແລະ ອໍານວຍຄວາມສະດວກທາງດ້ານການຄ້າກັບປະເທດໄທ, ຫວຽດນາມ ແລະ ຈີນ ມາເປັນເວລາຫຼາຍຮ້ອຍປີແລ້ວ ເຊິ່ງຫຼັກຖານຂອງຈຸດສູນການຄ້າທີ່ຈະເລີນຮຸ່ງເຮືອງໃນຍຸກນັ້ນກໍຄືພົບເຫັນໃນໂລງສົບໄມ້ຂອງຄົນໃນສະໄໝນັ້ນປະໄວ້. ນອກຈາກນັ້ນ ກໍຍັງມີຫຼັກຖານອື່ນໆເຊັ່ນ ໝໍ້ດິນບູຮານ ທີ່ມີລັກສະນະຄ້າຍຄືກັບໝໍ້ດິນຊາວບ້ານຊຽງນັ້ນ ສະແດງໃຫ້ເຫັນເຖິງຮ່ອງຮອຍເຄືອຄ່າຍການຄ້ານີ້ອາດຈະເກີດຂຶ້ນຢູ່ໃນຍຸກສະໄໝ 3,500 ປີກ່ອນ ຫຼື ກ່ອນຍຸກໜ້ານັ້ນອີກ.

ຍຸກສະໄໝການປົກຄອງຂອງລ່າເມືອງຂຶ້ນຝຣັ່ງ

ພວກລ່າເມືອງຂຶ້ນຝຣັ່ງ (1893-1953) ໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກໃນການເຂົ້າເຖິງປະເທດລາວທີ່ບໍ່ມີເສັ້ນທາງເຂົ້າອອກສູ່ທະເລ ສະນັ້ນ ພວກເຂົາຈຶ່ງໄດ້ແກ້ໄຂບັນຫາການເຂົ້າເຖິງນີ້ດ້ວຍການເອົາປະເທດລາວລວມເຂົ້າກັບປະເທດກໍາປູເຈຍ ແລະ ບັນດາແຂວງຕ່າງໆຂອງປະເທດຫວຽດນາມທີ່ມີທ່າເຮືອທະເລ ພ້ອມກັບປັບປຸງ ແລະ ພັດທະນາເຄືອຄ່າຍເສັ້ນທາງການຄ້າຕາເວັນອອກ-ຕາເວັນຕົກເກົ່າຄືນໃໝ່ ເພື່ອຮັບລົດບັນທຸກ ແລະ ສ້າງຖະໜົນຫົນທາງໃນພື້ນທີ່ຕ່າງໆຕາມສາຍພູຫຼວງ. ເຖິງແມ່ນວ່າ ເສັ້ນທາງເຫຼົ່ານີ້ສ່ວນຫຼາຍຈະບໍ່ສາມາດຮັບຮອງ ແລະ ນໍາໃຊ້ພະຫານະໄດ້ໃນຊ່ວງປາຍທົດສະວັດປີ 1930 ແຕ່ວ່າເສັ້ນທາງເຫຼົ່ານີ້ກໍຖືວ່າເປັນລະບົບການຄົມມະນາຄົມທໍາອິດທີ່ທັນສະໄໝ ແລະ ຕໍ່ມາກໍກາຍເປັນທີ່ຮູ້ຈັກໃນຊື່ວ່າ ແລວເຊື່ອມຕໍ່ເສດຖະກິດຕາເວັນອອກ-ຕາເວັນຕົກຂອງອາຊີຕາເວັນອອກສ່ຽງໃຕ້ ໂດຍມີເສັ້ນທາງກິ໋ວມູ່ຢ່າອໍານວຍຄວາມສະດວກການເຂົ້າເຖິງເຂດພື້ນທີ່ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນທັງໃນສະໄໝກ່ອນ ແລະ ປະຈຸບັນ.

ຍຸກສະໄໝສົງຄາມ

ບັນດາເສັ້ນທາງການຄ້າເກົ່າແກ່ທີ່ມີອາຍຸຫຼາຍສະຕະວັດ ເຊິ່ງຄັ້ງໜຶ່ງເຄີຍນໍາການຄ້າເຂົ້າມາສູ່ເຂດພື້ນທີ່ຂອງຫີນໜາມໜໍ່ ຕໍ່ມາກໍໄດ້ນໍາເອົາຄວາມຂັດແຍ້ງຈາກສົງຄາມໂລກຄັ້ງທີ 2 ແລະ ສົງຄາມອິນດູຈີນ ເຮັດໃຫ້ສ່ວນໜຶ່ງຂອງລະບົບເສັ້ນທາງຕາມສາຍພູ ແລະ ສາຍນ້ຳທີ່ເກົ່າແກ່ເຫຼົ່ານີ້ (ຕໍ່ມາເປັນເສັ້ນປະຫວັດສາດທາງໂຮ່ຈິມີ່ນ) ໄດ້ຮັບຄວາມສໍາຄັນອີກຄັ້ງໃນຊ່ວງສົງຄາມ ໂດຍສະເພາະແມ່ນ ກິ໋ວມູ່ຢ່າໃນທາງທິດເໜືອສຸດຂອງອຸທິຍານແຫ່ງຊາດ ຫີນໜາມໜໍ່ ເຊິ່ງເປັນເສັ້ນທາງຜ່ານຫຼັກຂອງກອງທັບທະຫານຫວຽດນາມເໜືອ ພວກເຂົາໄດ້ນໍາໃຊ້ເສັ້ນທາງນີ້ສົ່ງກໍາລັງປະຕິບັດການທາງທະຫານເຂົ້າສູ່ພາກໃຕ້ຂອງຫວຽດນາມ ໂດຍຜ່ານປະເທດລາວທີ່ເປັນປະເທດເພື່ອນບ້ານ ແລະ ຈຶ່ງເປັນສາເຫດເຮັດໃຫ້ມີການຖິ້ມລະເບີດທາງອາກາດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດໂລກ. ຫີນໜາມໜໍ່ ຕັ້ງຢູ່ລະຫວ່າງຮ່ອມພູກິ໋ວມູ່ຢ່າ ກັບ ຮ່ອມພູກິ໋ວບ້ານກາໄຣ ທີ່ເປັນຈຸດເປົ້າໝາຍຍຸດທະສາດສໍາລັບການໂຈມຕີທາງອາກາດຢ່າງໜ້ອຍ 131,271 ຄັ້ງໃນຊ່ວງສົງຄາມອິນດູຈີນ ໂດຍແນ່ໃສ່ “ຮ່ອມຜາແຄບ” ບ່ອນມີພູມສັນຖານສູງຊັນ ແລະ ເສັ້ນທາງແຄບກາຍເປັນເຂດພື້ນທີ່ຖືກຖິ້ມລະເບີດໃສ່ຢ່າງໜັກໜ່ວງແຮງທີ່ສຸດ ເຊິ່ງເຫດການຖິ້ມລະເບີດຈໍານວນຫຼາຍ ສະໄໝສົງຄາມນັ້ນໄດ້ສົ່ງຜົນກະທົບໄລຍະຍາວຕໍ່ກັບລັກສະນະຂອງພູມີທັດຂອງພື້ນທີ່ (ຂຸມລະເບີດທີ່ໃຊ້ເປັນບໍ່ລ້ຽງປາ ແລະ ຄວາຍ) ແລະ ຄວາມຊົງຈໍາຂອງປະຊາຊົນທ້ອງຖິ່ນ. ເສດຊາກສິ່ງເສດເຫຼືອຈາກສົງຄາມ ກໍຍັງພົບເຫັນຢູ່ຕາມບ້ານຕ່າງໆ (ເຮືອທີ່ສ້າງຈາກຖັງຖິ້ມລະເບີດຂອງເຮືອບິນສູ້ຮົບ, ຮາງປູກຜັກທີ່ເຮັດຈາກກ່ອງລະເບີດ ແລະ ອື່ນໆ) ແລະ ບັນດາຖໍ້າພູຫີນປູນທີ່ເຄີຍໃຊ້ເປັນບ່ອນລີ້ໄພຈາກການຖິ້ມລະເບີດສະໄໝສົງຄາມເປັນເວລາ 9 ປີຂອງປະຊາຊົນທ້ອງຖິ່ນນັ້ນ ກາຍເປັນມໍລະດົກທາງປະຫວັດສາດທີ່ສໍາຄັນໃນປະຈຸບັນ.

ພື້ນທີ່ຂອງອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນພູມີທັດທີ່ມີຄວາມຫຼາກຫຼາຍທາງດ້ານຊົນເຜົ່າສູງ ພ້ອມດ້ວຍມໍລະດົກທາງວັດທະນະທໍາທີ່ອຸດົມສົມບູນ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມສໍາພັນແບບດັ່ງເດີມທີ່ເປັນເອກະລັກສະເພາະ, ລະບົບການເຊື່ອຖືທາງດ້ານຮີດຄອງປະເພນີ ແລະ ການປະຕິບັດຕາມພິທີກໍາຕ່າງໆຂອງພວກເຂົາ. ບັນດາກຸ່ມຊົນເຜົ່າເຫຼົ່ານີ້ໄດ້ນໍາໃຊ້ພື້ນທີ່ປ່າໄມ້ອັນກວ້າງໃຫຍ່ໃນອຸທິຍານມາເປັນເວລາດົນນານແລ້ວ ແລະ ພື້ນທີ່ນີ້ເປັນດິນ​ແດນສ່ວນໜຶ່ງຂອງບັນພະບູລຸດພວກເຂົາ. ພາຍໃນເຂດພື້ນທີ່ພູຫີນປູນ ແລະ ພື້ນທີ່ທົ່ງພຽງໃກ້ຄຽງເປັນທີ່ຢູ່ອາໄສຂອງກຸ່ມນາຍພານລ່າສັດປ່າ (ຊົນເຜົ່າຣັກ, ອາເຣມ, ສະລ້າງ) ແລະ ຊາວໄຮ່ໝູນວຽນ (ຊົນເຜົ່າມະກອງ) ມາຫຼາຍສະຕະວັດແລ້ວ. ນອກນັ້ນ ປະຊາຊົນໃນພື້ນທີ່ອຸທິຍານກໍຍັງໄດ້ຮັບຜົນກະທົບຈາກການອົບພະຍົບຍ້າຍຖິ່ນຖານຫຼາຍຄັ້ງ ລວມທັງການເຄື່ອນຍ້າຍຖິ່ນຖານຂອງຊຸມຊົນຂອງກຸ່ມຊົນເຜົ່າລາວ-ໄຕ ພາຍໃນແຂວງ ແລະ ຊຸມຊົນເຜົ່າຫງ້ວນ ທີ່ອົບພະຍົບມາຈາກປະເທດຫວຽດນາມ ໃນຊ່ວງສະໄໝລ່າເມືອງຂຶ້ນຝຣັ່ງ.

ແຕ່ລະຊົນເຜົ່າໃນພື້ນທີ່ອຸທິຍານມີພາສາ, ວິຖີຊີວິດ ແລະ ວັດທະນະທໍາທີ່ແຕກຕ່າງກັນ ເຊິ່ງວິທີການປະຕິບັດທາງດ້ານວັດທະນະທໍາສໍາຄັນທີ່ສຸດໄດ້ແກ່ ການເກັບຮັກສາໂລງສົບຄົນຕາຍໄວ້ພາຍໃນຖໍ້າ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ທີ່ດິນແບບດັ່ງເດີມ ແລະ ພູມປັນຍາຂອງປະຊາຊົນທ້ອງຖິ່ນທີ່ຊັບຊ້ອນ. ກຸ່ມຊົນເຜົ່າເຫຼົ່ານີ້ແບ່ງອອກເປັນ 3 ກຸ່ມໃຫຍ່ຄື: ກຸ່ມຊົນເຜົ່າໄຕ-ລາວ, ກຸ່ມຊົນເຜົ່າມອນ-ຂະແມ ແລະ ກຸ່ມຊົນເຜົ່າປະສົມເຊັ່ນວ່າ ກຸ່ມຊົນເຜົ່າຕ່າງກັນແຕ່ງງານກັນ.  

ກຸ່ມຊົນເຜົ່າໄຕ-ກະໄດປະກອບມີເຜົ່າຜູ້ໄທ, ເຜົ່າໂຢ້ຍ ແລະ ເຜົ່າກະເລີງ ໂດຍມີປະມານ 40% ຂອງປະຊາກອນ ພວກເຂົານັບຖືສາດສະໜາພຸດ ແລະ ສ່ວນຫຼາຍປະກອບອາຊີບເປັນຊາວກະສິກອນໃນເຂດພື້ນທີ່ດິນຮາບພຽງໃກ້ກັບອຸທິຍານແຫ່ງຊາດ ຫີນໜາມໜໍ່.

ກຸ່ມຊົນເຜົ່າມອນ-ຂະແມ ປະກອບມີຊົນເຜົ່າມະກອງ ແລະ ຕຣີ ມີປະຊາກອນປະມານ 48% ໂດຍດັ່ງເດີມແລ້ວພວກເຂົານັບຖືສາສະໜາຜີ, ນໍາໃຊ້ພາສາ

ບຣູເປັນພາສາເວົ້າ ຫຼື ສື່ສານກັນໃນທ້ອງຖິ່ນ ແລະ ການດໍາລົງຊີວິດຂອງພວກເຂົາອາໄສການເຮັດໄຮ່ເຂດເນີນສູງທີ່ເປັນລະບົບການຜະລິດກະສິກໍາເຄື່ອນທີ່ແບບໝູນວຽນ.

ສ່ວນທີ່ເຫຼືອອີກ 12% ຂອງປະຊາກອນໃນພື້ນທີ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ປະກອບມີ ປະຊາຊົນທ້ອງຖິ່ນດັ່ງເດີມທີ່ມີປະຫວັດອັນຍາວນານໃນພື້ນທີ່ເຊັ່ນ ຊົນເຜົ່າກຣີ ຫຼື ຊົນເຜົ່າສະລ້າງ (2.5%) ແລະ ຊົນເຜົ່າອື່ນໆທີ່ຍັງບໍ່ທັນສາມາດຈໍາແນກໄດ້ເປັນຕົ້ນແມ່ນ ກຸ່ມນາຍພານລ່າສັດປ່າໃນສະໄໝກ່ອນເຊັ່ນ ຊົນເຜົ່າຣັກ ຫຼື ອາເຣມ ເຊິ່ງປະຊາຊົນທີ່ຈັດຢູ່ໃນກຸ່ມນີ້ ກໍມີປະຊາຊົນທີ່ອາໄສຢູ່ໃນອຸທິຍານແຫ່ງຊາດ ຟອງຫຍາ-ແກບາງອີກດ້ວຍ ແລະ ໄດ້ອົບພະຍົບມາຈາກປະເທດຫວຽດນາມເຂົ້າມາຢູ່ອາໄສໃນພື້ນທີ່ໃນຊ່ວງສະໄໝຍຸກກ່ອນປະຫວັດສາດ ຫຼື ຍຸກປັດຈຸບັນເຊັ່ນ ຊົນເຜົ່າຫງ້ວນ (2.2%) ແລະ ກຸ່ມສຸດທ້າຍ ກຸ່ມຊົນເຜົ່າຕ່າງກັນແຕ່ງງານກັນສາມາດສື່ສານພາສາລາວຄ້າຍຄືກັບກຸ່ມຊົນເຜົ່າລາວ-ໄຕ ແລະ ມີຖານະຂ້ອນຂ້າງທຸກຍາກ. ສໍາລັບການດໍາລົງຊີວິດຂອງປະຊາຊົນໃນພື້ນທີ່ຫີນໜາມໜໍ່ສ່ວນຫຼາຍແມ່ນອາໄສການເຮັດນາຜະລິດເຂົ້າ ແລະ ທຸລະກິດຕ່າງໆເຊັ່ນ ການບໍລິການຂົນສົ່ງທາງເຮືອ ແລະ ທາງບົກ. ໃນເມື່ອກ່ອນ ຊາວສະລ້າງເຄີຍດໍາລົງຊີວິດຢູ່ພາຍໃນຂອບເຂດພື້ນທີ່ປ່າຂອງຫີນໜາມໜໍ່ ແລະ ໄດ້ຖືກຍ້າຍອອກຈາກປ່າໄປຕັ້ງຖິ່ນຖານໃໝ່ຢູ່ນອກຂອບເຂດພື້ນທີ່ອຸທິຍານໃນທົດສະວັດປີ 1990 ໂດຍສ່ວນຫຼາຍ ພວກເຂົານັບຖືສາດສະໜາຜີ, ອາໄສການລ່າສັດປ່າ ແລະ ເກັບກູ້ເຄື່ອງປ່າຂອງດົງເພື່ອດໍາລົງຊີວິດ. ນອກຈາກນັ້ນ ພວກເຂົາຍັງມີຄວາມຮູ້ ແລະ ພູມປັນຍາຫຼາຍກ່ຽວກັບປ່າໄມ້ ເປັນຕົ້ນແມ່ນວິທີຊອກຫາ ແລະ ເກັບຮັກສານໍ້າໃນພື້ນທີ່ແຫ້ງແລ້ງໃນແຕ່ລະດູການ, ການຜະລິດເຫຼົ້າຕາວ (ເຄື່ອງດື່ມທີ່ມີທາດເມົາທີ່ເຮັດມາຈາກໃບໝາກຕາວທໍາມະຊາດ), ການລ່າສັດໃນທໍາມະຊາດເປັນອາຫານ ແລະ ການນໍາໃຊ້ພືດເປັນຢາພື້ນເມືອງ.

ສິ່ງທີ່ສໍາຄັນໃນເມື່ອເວລາທ່ານເຂົ້າມາທ່ຽວຊົມອຸທິຍານແຫ່ງຊາດ ຫີນໜາມໜໍ່ກໍຄື ການໃຫ້ຄວາມເຄົາລົບນັບຖືຄວາມຫຼາກຫຼາຍ ແລະ ວິຖີຊີວິດຂອງກຸ່ມຊົນເຜົ່າເຫຼົ່ານີ້ ພ້ອມກັບສະໜັບສະໜູນກິດຈະກໍາການທ່ອງທ່ຽວແບບຍືນຍົງທີ່ເປັນປະໂຫຍດຕໍ່ກັບຊຸມຊົນໃກ້ຄຽງ, ຊ່ວຍຮັກສາວັດທະນະທໍາ ແລະ ມໍລະດົກທາງດ້ານວັດທະນາທໍາຂອງພວກເຂົາ ເຊິ່ງການເຮັດສິ່ງເຫຼົ່ານີ້ ສາມາດສ້າງຜົນກະທົບໃນທາງທີ່ດີຕໍ່ກັບຊີວິດຂອງປະຊາຊົນທ້ອງຖິ່ນໃນອຸທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ຮັບປະກັນວ່າພູມີທັດທາງວັດທະນະທໍາອັນເປັນເອກະລັກນີ້ຄົງຢູ່ໄວ້ໃຫ້ກັບຄົນລຸ້ນຕໍ່ໆໄປເຂົ້າມາທ່ຽວຊົມ.

Credits: GIZ ProFEB

Credits: GIZ ProFEB

Credits: GIZ ProFEB / Lucas Wahl

Credits: GIZ ProFEB / Lucas Wahl

Credits: GIZ ProFEB

Credits: GIZ ProFEB

ຊຸມຊົນທ້ອງຖິ່ນມີພະລະບົດບາດສໍາຄັນຕໍ່ກັບວຽກງານຄຸ້ມຄອງ ແລະ ອະນຸລັກອຸທິຍານແຫ່ງຊາດ ຫີນໜາມໜໍ່ ເຊິ່ງປະຊາຊົນພາຍໃນ 19 ບ້ານໄດ້ຮັບການມອບໜ້າທີ່ ແລະ ແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງພື້ນທີ່ອຸທິຍານຜ່ານລະບົບການຄຸ້ມຄອງແບບມີສ່ວນຮ່ວມ ລວມທັງການແຕ່ງຕັ້ງຄະນະກໍາມະການຄຸ້ມຄອງຮ່ວມຂັ້ນບ້ານ ແລະ ທີມງານກວດກາລາດຕະເວນຊຸມຊົນໃນແຕ່ລະບ້ານ ເພື່ອຊ່ວຍເຈົ້າໜ້າທີ່ຄຸ້ມຄອງອຸທິຍານໃນການລາດຕະເວນ ແລະ ການຕິດຕາມຊີວະນາໆພັນໃນພື້ນທີ່ບ້ານຮັບຜິດຊອບ ເຊິ່ງການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນນີ້ ຈະຮັບປະກັນໄດ້ວ່າຮີດຄອງປະເພນີ ແລະ ວັດທະນະທໍາຂອງພວກເຂົາໄດ້ຮັບຄວາມເຄົາລົບນັບຖືໄປພ້ອມກັນກັບການຮັກສາສະພາບແວດລ້ອມທາງທໍາມະຊາດ. ແຕ່ລະບ້ານປະກອບມີສະມາຊິກທີ່ເປັນເພດຍິງໃນຊຸມຊົນຢ່າງໜ້ອຍ 1 ທ່ານ ແລະ ຕົວແທນຈາກກຸ່ມຊົນເຜົ່າຈໍານວນ 1 ທ່ານເຂົ້າຮ່ວມໃນການຄຸ້ມຄອງອຸທິຍານແຫ່ງຊາດ ຫີນໜາມໜໍ່.

Credits: GIZ ProFEB

Credits: GIZ ProFEB

Credits: GIZ ProFEB

Credits: GIZ ProFEB