ຖໍ້ານໍ້າລອດເຊບັ້ງໄຟ

ຖໍ້ານໍ້າລອດເຊບັ້ງໄຟ

ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນທີ່ຕັ້ງຂອງຖໍ້າຈໍານວນຫຼາຍແຫ່ງ ເຊິ່ງໃນນັ້ນມີຖໍ້າລອດເຊບັ້ງໄຟທີ່ເປັນ ຖໍ້າທີ່ມີລັກສະນະໂດດເດັ່ນທີ່ສຸດແຫ່ງໜຶ່ງໃນພື້ນທີ່ອຸທິຍານ ຖໍ້າແຫ່ງນີ້ເປັນສິ່ງມະຫັດສະຈັນທາງທໍາມະຊາດທີ່ເກີດຂື້ນຈາກການໄຫຼຂອງສາຍນໍ້າເຊບັ້ງໄຟ 6.4 ກິໂລແມັດລອດຜ່ານພື້ນພູຫີນປູນເປັນເວລາຫຼາຍລ້ານປີ ຈົນເຮັດໃຫ້ກາຍ ເປັນຖໍ້າຂະໜາດໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກທີ່ມີສາຍນໍ້າໄຫຼຜ່ານໂດຍຄວາມກວ້າງສະເລ່ຍ 76 ແມັດ ແລະ ສູງ 53 ແມັດ ພ້ອມກັບກວ້າງສຸດເຖິງ 200 ແມັດ ແລະ ສູງສຸດເຖິງ 120 ແມັດ ແລະ ເປັນຖໍ້າທີ່ມີຊື່ສຽງໂດ່ງດັງທາງດ້ານໂຄງສ້າງທີ່ສວຍສົດງົດງາມ ແລະ ລະບົບນິເວດທໍາມະຊາດທີ່ອຸດົມສົມບູນ.

ຖໍ້ານໍ້າລອດເຊບັ້ງໄຟແຫ່ງນີ້ເປັນອັນຍະມະນີໃຕ້ພື້ນດິນ ແລະ ເປັນທີ່ຮູ້ຈັກຫຼາຍຫຼັງ​ຈາກ ມີການສໍາຫຼວດຖໍ້າໂດຍທີມງານຊ່ຽວຊານສໍາຫຼວດຖໍ້າສາກົນ ໃນປີ 2008. ຝາດ້ານໃນຂອງຖໍ້າປະດັບດ້ວຍຫີນງອກຫີນຍ້ອຍທີ່ສວຍສົດງົດງາມທີ່ຄ້າຍຄືກັບຜ້າມ່ານ ແລະ ໄຂ່ມຸກມັງກອນຈໍານວນຫຼາຍຕາມພື້ນຖໍ້າ. ພາຍໃນຖໍ້າ ກໍຍັງມີອ່າງນໍ້າໃສເຢັນຂະໜາດໃຫຍ່ທີ່ມີຄວາມຍາວເຖິງ 61 ແມັດ (ເປັນອ່າງນໍ້າທີ່ໃຫຍ່ທີ່ສຸດກວ່າໝູ່ໃນຖໍ້າ)  ສ່ວນດ້ານນອກຂອງຖ້ໍາ ກໍຈະສັງເກດເຫັນວັງນໍ້າໃຫຍ່ທີ່ມີລັດສະໝີປະມານ 200 ແມັດ ກັບ ຫາດຊາຍອ້ອມຮອບ ເຊິ່ງການປົກປັກຮັກສາວັງນໍ້າແຫ່ງນີ້ ກໍໄດ້ສ້າງເປັນວັງສະຫງວນປາຂອງບ້ານເພື່ອໃຫ້ເປັນບ່ອນແຜ່ພັນຂອງປະຊາກອນປາ ແລະ ຮັບປະກັນແຫຼ່ງອາຫານແບບຍືນຍົງໃຫ້ທັງປະຊາຊົນ ແລະ ລະບົບນິເວດທໍາມະຊາດໃນພື້ນທີ່.

Credits: GIZ ProFEB

Credits: GIZ ProFEB

Credits: GIZ ProFEB

Credits: GIZ ProFEB

Credits: Chris Howes

Credits: Chris Howes

ຖໍ້າແຫ່ງນີ້ ບໍ່ພຽງແຕ່ມີລັກສະນະໂດດເດັ່ນທາງທໍລະນີວິທະຍາອັນໜ້າປະທັບໃຈເທົ່ານັ້ນ ແຕ່ຍັງເປັນລະບົບນິເວດທໍາມະຊາດທີ່ເປັນເອກະລັກໂດດເດັ່ນໃຫ້ກັບສັດສາວ່າສິ່ງຫຼາກຫຼາຍຊະນິດທີ່ຂຶ້ນກັບສະພາບແວດລ້ອມຂອງຖໍ້າ ອີກດ້ວຍ. ນອກຈາກນັ້ນ ມັນຍັງເປັນບ່ອນຢູ່ອາໄສຂອງຊະນິດພັນປະຈໍາຖິ່ນສະເພາະຂອງອຸທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ຂົງເຂດພື້ນທີ່ໃກ້ຄຽງຈໍານວນຫຼາຍເປັນຕົ້ນແມ່ນ ແມງມຸມຖໍ້າຂະໜາດໃຫຍ່, ແມງງອດຖໍ້າ, ປາຕາບອດທີ່ອາໄສຢູ່ໃນຖໍ້າເຊັ່ນ ປາໄນຖໍ້າ ແລະ ປາຄໍ້ຖໍ້າ, ແມງມູມໃຫ່ຍຖໍ້າຂາຍາວ ໄດ້ບັນທຶກໄວ້ໃນໜັງສືກິນເນສບຸກວ່າເປັນ ຊະນິດພັນແມງມຸມທີ່ໃຫຍ່ທີ່ສຸດກວ່າໝູ່ໃນໂລກ. 

ນອກຈາກນັ້ນ ພາຍໃນຖໍ້າກໍຍັງສາມາດສັງເກດເຫັນຈໍາພວກເຈຍທີ່ແປກປະຫຼາດ (ມີເຈຍ 10 ຊະນິດ ລວມທັງເຈຍທີ່ມີໃບດັງ ເປັນຊະນິດພັນສະເພາະຖິ່ນຂອງປະເທດລາວ ແລະ ຫວຽດນາມ) ເຊິ່ງສະແດງໃຫ້ເຫັນເຖິງຄວາມອຸດົມສົມ​ບູນຂອງລະບົບນິເວດ ເນື່ອງຈາກເຈຍເຫຼົ່ານີ້ມີບົດບາດສໍາຄັນຕໍ່ກັບລະບົບນິເວດຂອງຖໍ້າ ເພາະວ່າພວກມັນເປັນສັດລ່າແມງໄມ້ເປັນອາຫານຫຼັກ ເຮັດໜ້າທີ່ຊ່ວຍໃນການປະສົມເກສອນດອກ​ໄມ້, ການແຜ່ກະຈາຍຂອງແກ່ນພືດ ແລະ ມູນຂອງເຈຍເອງກໍເປັນແຫຼ່ງສານອາຫານຫຼັກສໍາລັບລະບົບນິເວດຖໍ້າທັງໝົດ ສະນັ້ນ ຈໍານວນປະຊາກອນເຈຍໃນຖໍ້ານ້ຳລອດເຊບັ້ງໄຟ ຈຶ່ງຖືວ່າເປັນປັດໄຈສໍາຄັນຢ່າງຍິ່ງຕໍ່ກັບຄວາມຫຼາກຫຼາຍທາງຊີວະນາໆພັນທີ່ສົມບູນ ແລະ ອົງປະກອບຂອງຊະນິດພັນທີ່ເປັນເອກະລັກສະເພາະ, ພ້ອມທັງເປັນຕົວຢ່າງທີ່ໜ້າສົນໃຈກ່ຽວກັບການຢູ່ລອດ ແລະ ການຈະເລີນເຕີບໃຫຍ່ຂອງຊະນິດພັນຕ່າງໆຢູ່ໃນສະພາບແວດລ້ອມທີ່ບໍ່ເອື້ອອໍານວຍເຊັ່ນ​ນີ້.

Hipposideros scutinares – Vulnerable bat Credits: GIZ ProFEB/ Neil M. Furey

Hipposideros scutinares – Vulnerable bat Credits: GIZ ProFEB/ Neil M. Furey

Heteropoda steineri Credits: GIZ ProFEB

Heteropoda steineri Credits: GIZ ProFEB

Schistura Kaysonei Credits: Jean-Michel Osterman

Schistura Kaysonei Credits: Jean-Michel Osterman

ຖໍ້ານໍ້າລອດເຊບັ້ງໄຟ ມີບົດບາດສໍາຄັນຕໍ່ການດໍາລົງຊີວິດຂອງຊາວບ້ານໃນເຂດນີ້ມາຫຼາຍຊ່ວງຄົນແລ້ວ ເຊິ່ງມັນເຄີຍເປັນແຫຼ່ງທີ່ມາຂອງແຮງບັນດານໃຈ ລວມທັງເປັນສະຖານທີ່ແຫ່ງການເຄົາລົບນັບຖື ແລະ ສັກກະລະບູຊາຂອງປະຊາຊົນໃນທ້ອງຖິ່ນທີ່ມີປະຫວັດຄວາມເປັນມາ ແລະ ຄວາມເຊື່ອຖືອັນຍາວນານ. ສໍາລັບຊາວບ້ານແລ້ວ ພວກເຂົາພາກັນເຊື່ອວ່າຖໍ້າແຫ່ງນີ້ເປັນແຫຼ່ງກໍາເນີດຂອງສາຍນໍ້າເຊບັ້ງໄຟ ແລະ ເປັນທີ່ຮູ້ຈັກໃນນາມຊື່ “ຖໍ້າຂຸນເຊ” ທີ່ມີຄວາມໝາຍວ່າ “ຖໍ້າທີ່ເປັນຕົ້ນກໍາເນີດຂອງສາຍນໍ້າ”.

ອີງຕາມຕໍານານບອກເລົ່າຂອງຊາວບ້ານວ່າ ຖໍ້າແຫ່ງນີ້ເປັນທີ່ຢູ່ອາໄສຂອງສິ່ງສັກສິດທີ່ມີຈິດໃຈດີ ແລະ ເມດຕາ ຊ່ວຍເຫຼືອບຸກຄົນທີ່ເຂົ້າໄປໃນຖໍ້າແຫ່ງນີ້ ເຊິ່ງເປັນທີ່ຮູ້ຈັກໃນການໃຫ້ຢືມເຄື່ອງນຸ່ງ ແລະ ເສື້ອຜ້າທີ່ສວຍງາມໃຫ້ກັບບຸກຄົນ ໃນເວລາທີ່ມີພິທີກໍາຕ່າງໆພາຍໃນບ້ານ. ໃນກາລະຄັ້ງໜຶ່ງ ເຄີຍມີຄົນປະຖິ້ມເຄື່ອງດົນຕີ (ແຄນ) ທີ່ເພແລ້ວໄວ້ຢູ່ຕໍ່ໜ້າທາງເຂົ້າຖໍ້າ ແລະ ໃນເຊົ້າມື້ຕໍ່ມາ ກໍໄດ້ພົບເຫັນວ່າແຄນດັ່ງກ່າວນັ້ນໄດ້ຮັບການສ້ອມແປງກັບຄືນສູ່ສະພາບເດີມ.

ເຖິງແມ່ນວ່າ ຖໍ້າແຫ່ງນີ້ຈະເປັນເຂດພື້ນທີ່ຂອງສະໜາມສູ້ຮົບໃນຊ່ວງສົງຄາມ ແຕ່ມັນກໍຫຼຸດພົ້ນຈາກການທໍາລາຍຂອງລະເບີດ ເຊິ່ງປະຊາຊົນໃນທ້ອງຖິ່ນພາກັນເຊື່ອວ່າ ເປັນສັນຍາລັກຂອງການປົກປັກຮັກສາໂດຍສິ່ງສັກສິດພາຍໃນຖໍ້າ. ອີກຢ່າງ ພວກເຂົາຍັງເຊື່ອວ່າ ສິ່ງສັກສິດພາຍໃນຖໍ້າແຫ່ງນີ້ ຈະຍັງສືບຕໍ່ປົກປັກຮັກສາພວກເຂົາຕະລອດໄປ. ສະນັ້ນ ພວກເຂົາຈຶ່ງໃຫ້ຄວາມເຄົາລົບນັບຖືຖໍ້າແຫ່ງນີ້ ແລະ ສິ່ງສັກສິດຢູ່ໃນຖໍ້າໂດຍການຖະຫວາຍເຄື່ອງຂອງບູຊາສິ່ງສັກສິດຕະຫຼອດຫຼາຍປີຜ່ານມາ.

Credits: GIZ ProFEB

Credits: GIZ ProFEB

ບັນດາແຂກນັກທ່ອງທ່ຽວທີ່ເຂົ້າມາໃນອຸທິຍານແຫ່ງຊາດ ຫີນໜາມໜໍ່ ສາມາດທ່ຽວຊົມຄວາມມະຫັດສະຈັນທາງທໍາມະຊາດພາຍໃນຖໍ້ານໍ້າລອດເຊບັ້ງໄຟໂດຍການຂີ່ເຮືອພາຍຂອງກຸ່ມບໍລິການນໍາທ່ຽວບ້ານ ເຊິ່ງໃຊ້ເວລາປະມານ 1 ຊົ່ວໂມງເຄິ່ງແທນການໃຊ້ເຮືອຈັກ ເພື່ອບໍ່ໃຫ້ເກີດມີສິ່ງລົບກວນຕໍ່ກັບສະພາບແວດລ້ອມ ແລະ ປະຊາກອນເຈຍທີ່ອາໄສຢູ່ພາຍໃນຖໍ້າ. ຈາກນັ້ນ ທ່ານສາມາດຍ່າງຂື້ນຕາມຊ່ອງຫວ່າງຖໍ້າ ກໍຈະໄປຮອດຫ້ອງໂຖງຖໍ້າທີ່ມີຫີ​ນໄຂ່ມຸກມັງກອນ ແລະ ໃນທີ່ສຸດກໍຈະຮອດລະບຽງຖໍ້າສູງ ເພື່ອເພີດເພີນກັບທິວທັດທາງເຂົ້າຖ້ຳທີ່ກວ້າງຂະໜາດໃຫຍ່ ທີ່ມີແສງສະຫວ່າງ ເຊິ່ງມັນເປັນປະສົບການທ່ຽວຖໍ້າທີ່ແຕກຕ່າງຈາກບ່ອນອື່ນໆ.

ກຸ່ມບໍລິການຕັ້ງແຄັມ ນອນພັກແຮມ (ກຸ່ມແມ່ຍິງ) ບ້ານໜອງປີງຂອງອຸທິຍານເປັນຜູ້ຈັດການ ແລະ ຮັກສາສະຖານທີ່ຕັ້ງແຄັມນອນພັກແຮມ ຢູ່ໃກ້ກັບທາງເຂົ້າຖໍ້າ ແລະ ຕິດກັບຫາດຊາຍອັນບໍລິສຸດແຄມຝັ່ງເຊບັ້ງໄຟ ເຊິ່ງເປັນຈຸດເລີ່ມຕົ້ນທີ່ດີທີ່ສຸດ ສໍາລັບແຂກນັກທ່ອງທ່ຽວທີ່ຢາກເຂົ້າມາທ່ຽວຊົມຖໍ້ານໍ້າລອດເຊບັ້ງໄຟ ແລະ ພື້ນທີ່ໃກ້ຄຽງ ເພື່ອສໍາພັດກັບຄວາມສວຍສົດງົດງາມຂອງທໍາມະຊາດໃນອຸທິຍານ.

Paddle Boat inside Xe Bang Fai Credits: Terry Bolger

Paddle Boat inside Xe Bang Fai Credits: Terry Bolger

Nong Ping village campsite Credits: GIZ ProFEB

Nong Ping village campsite Credits: GIZ ProFEB