ສັດປ່າໃນອຸທິຍານແຫ່ງຊາດ ຫີນໜາມໜໍ່
ອຸທິຍານແຫ່ງຊາດ ຫີນໜາມໜໍ່ໃນ ສປປ ລາວ ແລະ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງໃນປະເທດຫວຽດນາມ ເປັນເຂດພື້ນທີ່ອະນຸລັກອັນໜ້າປະທັບໃຈແຫ່ງໜຶ່ງທີ່ມີທັງລະບົບນິເວດເທິງບົກ ແລະ ນໍ້າຈືດທີ່ຫຼາກຫຼາຍປະກອບດ້ວຍສັດທີ່ມີກະດູກສັນຫຼັງຫຼາຍກວ່າ 800 ຊະນິດ ລວມທັງສັດລ້ຽງລູກດ້ວຍນໍ້ານົມ 154 ຊະນິດ, ສັດເລືອຄານ 117 ຊະນິດ, ສັດເຄິ່ງບົກເຄິ່ງນໍ້າ 58 ຊະນິດ, ນົກ 314 ຊະນິດ ແລະ ປານໍ້າຈືດ 117 ຊະນິດ ເຊິ່ງສັດສ່ວນຫຼາຍໃນອຸທິຍານ ເປັນຊະນິດພັນຫາຍາກທີ່ໃກ້ສູນພັນຂອງໂລກ ແລະ ໃນນັ້ນມີ 38 ຊະນິດທີ່ເປັນຊະນິດພັນສະເພາະຖິ່ນຂອງສາຍພູຫຼວງລວມທັງ ສັດຕະກູນລີງຈໍານວນ 4 ຈໍາພວກ. ນອກຈາກນັ້ນ ກໍຍັງມີທັງຊະນິດພັນເທິງບົກ ແລະ ນໍ້າຈໍານວນຫຼາຍ ທີ່ອາໄສຢູ່ໃນພື້ນທີ່ພູຫີນປູນສະເພາະ ແລະ ມີບົດບາດສໍາຄັນໃນການສະໜັບສະໜູນການຢູ່ລອດຂອງປະຊາກອນສັດປ່າຈໍານວນຫຼາຍໃນໄລຍະຍາວ ພ້ອມກັບເປັນອັນຍະມະນີແຫ່ງນີ້ທີ່ເກັບຮັກສາຄວາມລັບທາງຊີວະນາໆພັນໄວ້ຢ່າງຫຼວງຫຼາຍທີ່ຍັງລໍຖ້າການຄົ້ນພົບ ແລະ ເຮັດໃຫ້ພື້ນທີ່ນີ້ກາຍເປັນແຫຼ່ງລວມຕົວທີ່ໜ້າປະທັບຂອງສັດປ່າ ຫຼາຍຊະນິດໃນໂລກອີກດ້ວຍ.
ພື້ນທີ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນຖິ່ນທີ່ຢູ່ອາໄສທີ່ອຸດົມສົມບູນສໍາລັບສັດປ່າຫຼາກຫຼາຍຊະນິດທີ່ໜ້າສົນໃຈ ແລະ ກໍຍັງເປັນຖິ່ນທີ່ຢູ່ອາໄສຂອງສັດທີ່ມີກະດູກສັນຫຼັງທີ່ໜ້າປະທັບໃຈ 537 ຊະນິດ ໂດຍແຕ່ລະຊະນິດພັນມີບົດບາດດຽວກັນຢູ່ໃນລະບົບນິເວດທີ່ຊັບຊ້ອນແຫ່ງນີ້.
ຊະນິດພັນສັດລ້ຽງລູກດ້ວຍນໍ້ານົມຂອງອຸທິຍານມີຄວາມສໍາຄັນ ເນື່ອງຈາກວ່າ ພວກມັນເປັນຫົວຂໍ້ທີ່ໜ້າສົນໃຈສໍາລັບການສຶກສາຄົ້ນຄວ້າວິໄຈ ແລະ ການຄຸ້ມຄອງອະນຸລັກ ໃນໄລຍະຜ່ານມາ ຊ່ຽວຊານໄດ້ຢັ້ງຢືນ ຫຼື ຢັ້ງຢືນຄືນໃໝ່ວ່າມີຊະນິດພັນສັດປ່າທີ່ລ້ຽງລູກດ້ວຍນໍ້ານົມເຖິງ 88 ຊະນິດທີ່ແຕກຕ່າງກັນ ແລະ ມີອີກ 6 ຊະນິດທີ່ຍັງຢູ່ໃນຂັ້ນຕອນຂອງການຈໍາແນກຊະນິດພັນ.
ອຸທິຍານແຫ່ງຊາດ ຫີນໜາມໜໍ່ເປັນບ່ອນລີ້ໄພຂອງສັດຕະກູນລີງຢ່າງໜ້ອຍ 10 ຊະນິດແຕກຕ່າງກັນ ໂດຍສ່ວນຫຼາຍເປັນຊະນິດພັນໃກ້ສູນພັນຂອງໂລກ ເຊິ່ງເປັນສິ່ງທີ່ເຮັດໃຫ້ອຸທິຍານແຫ່ງນີ້ມີຄວາມພິເສດແຕກຕ່າງກັບບ່ອນອື່ນໆ ນັ້ນກໍຄືສັດປ່າເຫຼົ່ານີ້ເປັນເອກະລັກສະເພາະຂອງອຸທິຍານ ຫຼື ສາຍພູຫຼວງ…
ການນໍາໃຊ້ເທັກໂນໂລຢີກ້ອງດັກຖ່າຍສັດປ່າ ຊ່ວຍໃຫ້ສາມາດບັນທຶກຮູບພາບຂອງກວາງຈໍານວນຫຼາຍຊະນິດພາຍໃນພື້ນທີ່ຂອງອຸທິຍານ ແລະ ການລວມຕົວກັນຂອງກວາງທີ່ຫຼາກຫຼາຍນີ້ ລວມທັງຊະນິດພັນທີ່ໃກ້ສູນພັນ ຫຼື ຊະນິດພັນທີ່ມີຄວາມສ່ຽງຕໍ່ການສູນພັນຂອງໂລກເຊັ່ນ ກວາງໃຫຍ່, ຟານເຂົາໃຫຍ່ ແລະ ເຍືອງ. ນອກຈາກນັ້ນ ກໍຍັງພົບເຫັນປະຊາກອນຂອງຟານເລົ່າ ແລະ ຟານໄກ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງພື້ນທີ່ນີ້ຄືກັນກັບເຂດອະນຸລັກພັນສັດປ່າທີ່ສ່ຽງຕໍ່ການສູນພັນ.
ການຈໍາແນກຊະນິດພັນສັດກິນເນື້ອຈໍານວນຫຼາຍຊະນິດໃນພື້ນທີ່ອຸທິຍານເຊັ່ນ ເສືອລາຍເມກ, ເຫງັນອົ້ມ ແລະ ໝາໄນໄມ້ ນອກຈາກນັ້ນກໍຍັງມີການລາຍງານການພົບເຫັນໝີ ແລະ ນາກນໍ້າ ໂດຍທີມງານກວດກາລາດຕະເວນອຸທິຍານ ແຕ່ວ່າ ການຈໍາແນກຊະນິດພັນຍັງຢູ່ໃນຂະບວນການດໍາເນີນການ…
ອຸທິຍານແຫ່ງນີ້ ຍັງເປັນບ່ອນຢູ່ອາໄສຂອງເຈຍທີ່ໜ້າສົນໃຈ 41 ຊະນິດ ໂດຍກວມເອົາ 43% ຂອງປະຊາກອນເຈຍທັງໝົດທີ່ຄົ້ນພົບໃນ ສປປ ລາວ ເຊິ່ງຈຳພວກເຈຍໃນອຸທິຍານແຫ່ງຊາດ ຫີນໜາມໜໍ່ມີຊະນິດພັນໜຶ່ງທີ່ມີຄວາມສ່ຽງຕໍ່ກັບ ການສູນພັນໃນອະນາຄົດ (ເຈຍຕີນໃຫຍ່) ແລະ ອີກໜຶ່ງຊະນິດທີ່ມີຄວາມສ່ຽງຕໍ່ການສູນພັນ (ເຈຍມີໃບດັງ). ພື້ນທີ່ອຸທິຍານມີຖໍ້າທີ່ອຸດົມສົມບູນ ແລະ ປະຊາກອນເຈຍຈໍານວນຫຼາຍອາໄສຢູ່ຕາມເພດານຂອງຖໍ້າໃນສະພາບທີ່ບໍ່ຖືກລົບກວນ ລວມທັງເຄືອຄ່າຍຂອງຖໍ້າຂະໜາດໃຫຍ່ ແລະ ຖິ່ນທີ່ຢູ່ອາໄສຂອງປ່າໄມ້ທີ່ສໍາຄັນທີ່ຊ່ວຍລ້ຽງກຸ່ມຂອງຈໍາພວກເຈຍຫຼາຍຊະນິດທີ່ມີຄວາມສໍາຄັນທາງລະບົບນິເວດທີ່ຫຼາກຫາຍ…
ສັດເຄິ່ງບົກເຄິ່ງນໍ້າ ແລະ ສັດເລືອຄານໃນອຸທິຍານແຫ່ງຊາດຫີນໜາມໜໍ່ມີຄວາມອຸດົມສົມບູນ ແລະ ຫຼາກຫຼາຍ ໂດຍມີການບັນທຶກໄວ້ເຖິງ 98 ຊະນິດ ລວມທັງກັບແກ້/ຈີ່ກຽມຜາ 12 ຊະນິດທີ່ມີສະເພາະໃນພູຫີນປູນ ພ້ອມກັບເປັນຊະນິດພັນສະເພາະຖິ່ນຂອງສາຍພູຫຼວງ ຫຼື ອຸທິຍານເອງ. ນອກຈາກນັ້ນ ກໍຍັງມີການພົບເຫັນງູກະບາທີ່ໃກ້ສູນພັນເຊິ່ງມີພິດຮ້າຍແຮງ 2 ຊະນິດ, ເຕົ່າທີ່ໃກ້ສູນພັນທີ່ອາໄສຢູ່ເທິງບົກ ແລະ ນໍ້າຈໍານວນຫຼາຍລວມທັງເຕົ່າງັບເຜິ້ງພາກກາງ, ເຕົ່າສາມຫຼ່ຽມກົງ ແລະ ເຕົ່າໃບໄມ້. ອີກຢ່າງ ການພົບເຫັນປາຕີນໃນຂອບເຂດພື້ນທີ່ຂອງອຸທິຍານ ເຊິ່ງເປັນໜຶ່ງໃນສອງຊະນິດພັນຂອງປາຕີນທີ່ມີຕົ້ນກໍາເນີດໃນປະເທດລາວ ແລະ ມີພື້ນທີ່ການກະຈາຍຈໍາກັດ ອາດຈະມີທ່າແຮງນໍາໃຊ້ເປັນຢາພື້ນເມືອງໃນອະນາຄົດ ແລະ ມັນຖືກຈັດເປັນຊະນິດພັນທີ່ມີຄວາມສ່ຽງຕໍ່ການສູນພັນຂອງໂລກອີກດ້ວຍ. ອີງຕາມການຈໍາແນກຊະນິດພັນໃໝ່ໆຈໍານວນຫຼາຍຂອງອຸທິຍານໃນໄລຍະຜ່ານມາ ສະແດງໃຫ້ເຫັນວ່າ ອາດຈະມີການຄົ້ນພົບຊະນິດພັນສະເພາະຖິ່ນທີ່ມີເອກະລັກໂດດເດັ່ນຈໍານວນຫຼາຍເພີ່ມຕື່ມອີກໃນຕໍ່ໜ້າ…
ການປົກປັກຮັກສາ ແລະ ການຕິດຕາມກວດກາ
ລະບົບນິເວດທໍາມະຊາດທີ່ພົບໃນອຸທິຍານແຫ່ງຊາດ ຫີນໜາມໜໍ່ຂອງ ສປປ ລາວ ແລະ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງປະເທດຫວຽດນາມ ມີຄວາມຫຼາກຫຼາຍເປັນພິເສດທີ່ບໍ່ສາມາດທຽບກັບບ່ອນອື່ນໄດ້ ພວກມັນມີຄຸນຄ່າທາງລະບົບນິເວດຢ່າງມະຫາສານ ເພາະວ່າພວກມັນຊ່ວຍອໍານວຍຄວາມສະດວກໃຫ້ກັບການຢູ່ລອດຂອງສັດປ່າຫຼາກຫຼາຍຊະນິດທີ່ອາໄສຢູ່ໃນພື້ນທີ່ນີ້ເທົ່ານັ້ນ ສະນັ້ນ ການປົກປັກຮັກສາສະພາບແວດລ້ອມເຫຼົ່ານີ້ເປັນສິ່ງສໍາຄັນໃນການຮັບປະກັນການຢູ່ລອດຂອງຊະນິດພັນເຫຼົ່ານີ້ໃນໄລຍະຍາວ.
ເຈົ້າໜ້າທີ່ຄຸ້ມຄອງອຸທິຍານ ມີໜ້າທີ່ຮັບຜິດຊອບການຄຸ້ມຄອງວຽກງານອະນຸລັກອຸທິຍານ ລວມທັງການຕິດຕາມກວດກາຄວາມອຸດົມສົມບູນຂອງລະບົບນິເວດ, ການຄຸ້ມຄອງການເຂົ້າເຖິງຂອງນັກທ່ອງທ່ຽວ ແລະ ການດໍາເນີນມາດຕະການປ້ອງກັນອຸທິຍານຈາກຜົນກະທົບຂອງມະນຸດ.
ເຈົ້າໜ້າທີ່ລາດຕະເວນອຸທິຍານ ມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດກົດລະບຽບ ແລະ ກົດໝາຍຕ່າງໆ ລວມທັງການຕິດຕາມ, ການຢັ້ງຢືນຊະນິດພັນ ແລະ ການສ້າງຄວາມເຂົ້າໃຈກ່ຽວກັບຊະນິດພັນຕ່າງໆຂອງອຸທິຍານ.
ນອກຈາກເຈົ້າໜ້າທີ່ລາດຕະເວນແລ້ວ ການບອກເລົ່າຂອງຊາວບ້ານໃນທ້ອງຖິ່ນ ກໍຍັງມີຄວາມສໍາຄັນສໍາລັບການສ້າງຄວາມເຂົ້າໃຈກ່ຽວກັບນິເວດຂອງອຸທິຍານອີກດ້ວຍ ເນື່ອງຈາກວ່າຊາວບ້ານທີ່ດໍາລົງຊີວິດໃນບໍລິເວນໃກ້ຄຽງສ່ວນຫຼາຍແລ້ວມີຄວາມຮູ້ ແລະ ພູມປັນຍາທີ່ມີຄຸນຄ່າກ່ຽວກັບພືດພັນ ແລະ ສັດປ່າທີ່ອາໄສຢູ່ໃນພື້ນທີ່ຂອງອຸທິຍານ.
ອີກຢ່າງ ກ້ອງດັກຖ່າຍສັດປ່າ ກໍເປັນເຄື່ອງມືທີ່ມີປະໂຫຍດໃນການຕິດຕາມສັດປ່າ ແລະ ຊ່ວຍອໍານວຍຄວາມສະດວກໃນການບັນທຶກຂໍ້ມູນຮູບພາບ ແລະ ພຶດຕິກໍາຂອງພວກມັນ.
ພື້ນທີ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນຖິ່ນທີ່ຢູ່ອາໄສທີ່ອຸດົມສົມບູນສໍາລັບສັດປ່າຫຼາກຫຼາຍຊະນິດທີ່ໜ້າສົນໃຈ ແລະ ກໍຍັງເປັນຖິ່ນທີ່ຢູ່ອາໄສຂອງສັດທີ່ມີກະດູກສັນຫຼັງທີ່ໜ້າປະທັບໃຈ 537 ຊະນິດ ໂດຍແຕ່ລະຊະນິດພັນມີບົດບາດດຽວກັນຢູ່ໃນລະບົບນິເວດທີ່ຊັບຊ້ອນແຫ່ງນີ້.
ຊະນິດພັນສັດລ້ຽງລູກດ້ວຍນໍ້ານົມຂອງອຸທິຍານມີຄວາມສໍາຄັນ ເນື່ອງຈາກວ່າ ພວກມັນເປັນຫົວຂໍ້ທີ່ໜ້າສົນໃຈສໍາລັບການສຶກສາຄົ້ນຄວ້າວິໄຈ ແລະ ການຄຸ້ມຄອງອະນຸລັກ ໃນໄລຍະຜ່ານມາ ຊ່ຽວຊານໄດ້ຢັ້ງຢືນ ຫຼື ຢັ້ງຢືນຄືນໃໝ່ວ່າມີຊະນິດພັນສັດປ່າທີ່ລ້ຽງລູກດ້ວຍນໍ້ານົມເຖິງ 88 ຊະນິດທີ່ແຕກຕ່າງກັນ ແລະ ມີອີກ 6 ຊະນິດທີ່ຍັງຢູ່ໃນຂັ້ນຕອນຂອງການຈໍາແນກຊະນິດພັນ.
ອຸທິຍານແຫ່ງຊາດ ຫີນໜາມໜໍ່ເປັນບ່ອນລີ້ໄພຂອງສັດຕະກູນລີງຢ່າງໜ້ອຍ 10 ຊະນິດແຕກຕ່າງກັນ ໂດຍສ່ວນຫຼາຍເປັນຊະນິດພັນໃກ້ສູນພັນຂອງໂລກ ເຊິ່ງເປັນສິ່ງທີ່ເຮັດໃຫ້ອຸທິຍານແຫ່ງນີ້ມີຄວາມພິເສດແຕກຕ່າງກັບບ່ອນອື່ນໆ ນັ້ນກໍຄືສັດປ່າເຫຼົ່ານີ້ເປັນເອກະລັກສະເພາະຂອງອຸທິຍານ ຫຼື ສາຍພູຫຼວງ. ອີງຕາມການຈັດປະເພດຊະນິດພັນຂອງໂຄ່ງດໍາເປັນອີກຊະນິດພັນໜຶ່ງປະຈໍາຖິ່ນພູຫີນປູນຂອງອຸທິຍານແຫ່ງຊາດ ຫີນໜາມໜໍ່ ອາດເຮັດໃຫ້ສັດຕະກູນລີງໃນອຸທິິຍານມີເຖິງ 11 ຊະນິດ.
ນອກນັ້ນ ຊະນິດພັນອື່ນໆຂອງສັດຕະກູນລີງໃນອຸທິຍານມີ ຂາແດງ ເຊິ່ງ ສ່ວນຫຼາຍ ພວກມັນອາໄສຢູ່ຕາມຕົ້ນໄມ້ໃຫຍ່ໃນປ່າໄມ້ທີ່ມີຍອດເຮືອນຕິດຕໍ່ກັນ ແລະ ຖິ່ນທີ່ຢູ່ອາໄສນີ້ ກໍຍັງເປັນບ່ອນຢູ່ຂອງທະນີແກ້ມຂາວຖິ່ນໃຕ້, ລີງລົມໃຫຍ່ ແລະ ລີງລົມນ້ອຍ ທີ່ມັກອອກຫາກິນໃນເວລາກາງຄືນທີ່ພົບເຫັນຍາກ. ນອກຈາກນີ້ ອຸທິຍານແຫ່ງນີ້ ກໍຍັງເປັນບ່ອນຢູ່ອາໄສຂອງລີງ 5 ຊະນິດ ລວມທັງລີງໂທນ ເຊິ່ງເປັນຊະນິດພັນທີ່ພົບເຫັນຫຼາຍທີ່ສຸດ ແລະ ກໍມີລີງຊະນິດອື່ນໆອີກທີ່ໄດ້ມີການບັນທຶກໃນອຸທິຍານເປັນຕົ້ນແມ່ນ ລີງຫາງຍາວ, ລີງກັງ, ລີງວອກ ແລະ ລີງຜົມແບ່ງ.
ການພົບເຫັນຊະນິດພັນສັດຕະກູນລີງໃກ້ສູນພັນທີ່ເປັນເອກະລັກສະເພາະຈໍານວນຫຼາຍໃນອຸທິຍານແຫ່ງຊາດຫີນໜາມໜໍ່ ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງການປົກປັກຮັກສາພື້ນທີ່ ເນື່ອງຈາກມັນເປັນທີ່ຢູ່ອາໄສທີ່ສໍາຄັນແຫ່ງໜຶ່ງສໍາລັບການອະນຸລັກສັດຕະກຸນລີງ ພ້ອມກັບເຮັດໜ້າທີ່ເປັນຫຼັກຖານອ້າງອີງທີ່ຢັ້ງຢືນເຖິງຄວາມຫຼາກຫຼາຍຂອງສິ່ງທີ່ມີຊີວິດທີ່ສາມາດພົບເຫັນໃນສາຍພູຫຼວງອີກດ້ວຍ.
ການນໍາໃຊ້ເທັກໂນໂລຢີກ້ອງດັກຖ່າຍສັດປ່າ ຊ່ວຍໃຫ້ສາມາດບັນທຶກຮູບພາບຂອງກວາງຈໍານວນຫຼາຍຊະນິດພາຍໃນພື້ນທີ່ຂອງອຸທິຍານ ແລະ ການລວມຕົວກັນຂອງກວາງທີ່ຫຼາກຫຼາຍນີ້ ລວມທັງຊະນິດພັນທີ່ໃກ້ສູນພັນ ຫຼື ຊະນິດພັນທີ່ມີຄວາມສ່ຽງຕໍ່ການສູນພັນຂອງໂລກເຊັ່ນ ກວາງໃຫຍ່, ຟານເຂົາໃຫຍ່ ແລະ ເຍືອງ. ນອກຈາກນັ້ນ ກໍຍັງພົບເຫັນປະຊາກອນຂອງຟານເລົ່າ ແລະ ຟານໄກ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງພື້ນທີ່ນີ້ຄືກັນກັບເຂດອະນຸລັກພັນສັດປ່າທີ່ສ່ຽງຕໍ່ການສູນພັນ.
ການຈໍາແນກຊະນິດພັນສັດກິນເນື້ອຈໍານວນຫຼາຍຊະນິດໃນພື້ນທີ່ອຸທິຍານເຊັ່ນ ເສືອລາຍເມກ, ເຫງັນອົ້ມ ແລະ ໝາໄນໄມ້ ນອກຈາກນັ້ນກໍຍັງມີການລາຍງານການພົບເຫັນໝີ ແລະ ນາກນໍ້າ ໂດຍທີມງານກວດກາລາດຕະເວນອຸທິຍານ ແຕ່ວ່າ ການຈໍາແນກຊະນິດພັນຍັງຢູ່ໃນຂະບວນການດໍາເນີນການ.
ອີງຕາມການຈໍາແນກຊະນິດພັນສັດລ້ຽງລູກດ້ວຍນໍ້ານົມຂະໜາດນ້ອຍ ແລະ ກາງໃນອຸທິຍານແຫ່ງຊາດ ຫີນໜາມໜໍ່ຕາມຮູບພາບທີ່ໄດ້ຈາກກ້ອງດັກຖ່າຍສັດປ່າ ແລະ ການສັງເກດໃນຊ່ວງການສໍາຫຼວດອື່ນໆຍັງພົບເຫັນ ກະຈອນຫຼາຍຊະນິດ, ໜູພູຫີນປູນ, ກະຮອກ, ໜູນ້ອຍ, ໜູຜາ, ຂະຍຸ (ໜູຫີນ), ເໝັ້ນ ແລະ ກະຕ່າຍລາຍເສືອສາຍພູຫຼວງ. ນອກຈາກນີ້ ກໍຍັງມີການພົບເຫັນລິ່ນງົວ ເຊິ່ງເປັນຊະນິດພັນທີ່ໃກ້ສູນພັນ ແລະ ຖືກໄພຂົ່ມຂູ່ຫຼາຍທີ່ສຸດໃນໂລກຜ່ານການສໍາຫຼວດດ້ວຍກ້ອງດັກຖ່າຍ ແລະ ການກວດກາລາດຕະເວນຂອງເຈົ້າໜ້າທີ່ອຸທິຍານ ແຕ່ວ່າການຈໍາແນກຊະນິດພັນຂອງສັດປ່າເຫຼົ່ານີ້ ກໍຍັງເປັນສິ່ງທີ່ທ້າທ້າຍ ເນື່ອງຈາກການບັນທຶກຂໍ້ມູນຍັງມີຂໍ້ຈໍາກັດຫຼາຍ. ສະນັ້ນ ການພົບເຫັນສັດລ້ຽງລູກດ້ວຍນໍ້ານົມເຫຼົ່ານີ້ໃນອຸທິຍານແຫ່ງຊາດຫີນໜາມໜໍ່ ຊ່ວຍໃຫ້ເພີ່ມມູນຄ່າທາງລະບົບນິເວດຂອງພື້ນທີ່.
ອຸທິຍານແຫ່ງນີ້ ຍັງເປັນບ່ອນຢູ່ອາໄສຂອງເຈຍທີ່ໜ້າສົນໃຈ 41 ຊະນິດ ໂດຍກວມເອົາ 43% ຂອງປະຊາກອນເຈຍທັງໝົດທີ່ຄົ້ນພົບໃນ ສປປ ລາວ ເຊິ່ງຈຳພວກເຈຍໃນອຸທິຍານແຫ່ງຊາດ ຫີນໜາມໜໍ່ມີຊະນິດພັນໜຶ່ງທີ່ມີຄວາມສ່ຽງຕໍ່ກັບ ການສູນພັນໃນອະນາຄົດ (ເຈຍຕີນໃຫຍ່) ແລະ ອີກໜຶ່ງຊະນິດທີ່ມີຄວາມສ່ຽງຕໍ່ການສູນພັນ (ເຈຍມີໃບດັງ). ພື້ນທີ່ອຸທິຍານມີຖໍ້າທີ່ອຸດົມສົມບູນ ແລະ ປະຊາກອນເຈຍຈໍານວນຫຼາຍອາໄສຢູ່ຕາມເພດານຂອງຖໍ້າໃນສະພາບທີ່ບໍ່ຖືກລົບກວນ ລວມທັງເຄືອຄ່າຍຂອງຖໍ້າຂະໜາດໃຫຍ່ ແລະ ຖິ່ນທີ່ຢູ່ອາໄສຂອງປ່າໄມ້ທີ່ສໍາຄັນທີ່ຊ່ວຍລ້ຽງກຸ່ມຂອງຈໍາພວກເຈຍຫຼາຍຊະນິດທີ່ມີຄວາມສໍາຄັນທາງລະບົບນິເວດທີ່ຫຼາກຫາຍ.
ໃນໄລຍະຜ່ານມາ ມີການບັນທຶກນົກໃນອຸທິຍານແຫ່ງຊາດຫີນໜາມໜໍ່ຈໍານວນ 256 ຊະນິດທີ່ມີສ່ວນສໍາຄັນຕໍ່ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນຂອງພື້ນທີ່ ແລະ ການພົບເຫັນນົກທີ່ໃກ້ສູນພັນຈໍານວນຫຼາຍຊະນິດ ລວມທັງ ນົກສະໄລ່ຄໍແດງ, ນົກກົກ 4 ຊະນິດ (ອາດຈະມີ 5 ຊະນິດ), ນົກກີ້, ນົກແຕວແລວ ແລະ ເປັດກ່າປີກຂາວ ເປັນສິ່ງທີ່ສະແດງໃຫ້ເຫັນເຖິງຄຸນຄ່າທີ່ສໍາຄັນສູງຂອງພື້ນທີ່ສໍາລັບການອະນຸລັກ. ນອກຈາກນີ້ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ຍັງເປັນບ່ອນຢູ່ອາໄສຂອງນົກສະເພາະຖິ່ນຫຼາຍຊະນິດເຊັ່ນ ນົກຫົວໂລ້ນ, ນົກກະຈິບຜາ ແລະ ນົກຈິບພູຫີນປູນ ທີ່ພົບເຫັນທົ່ວໄປໃນພື້ນທີ່ອຸທິຍານ ແລະ ມີຈໍານວນປະຊາກອນຄົງທີ່ ເຊິ່ງເປັນຫຼັກຖານສະແດງໃຫ້ເຫັນເຖິງທໍາມະຊາດຄວາມຫຼາກຫຼາຍຂອງນົກທີ່ແຕກຕ່າງກັບພື້ນທີ່ອື່ນໆ.
ສັດເຄິ່ງບົກເຄິ່ງນໍ້າ ແລະ ສັດເລືອຄານໃນອຸທິຍານແຫ່ງຊາດຫີນໜາມໜໍ່ມີຄວາມອຸດົມສົມບູນ ແລະ ຫຼາກຫຼາຍ ໂດຍມີການບັນທຶກໄວ້ເຖິງ 98 ຊະນິດ ລວມທັງກັບແກ້/ຈີ່ກຽມຜາ 12 ຊະນິດທີ່ມີສະເພາະໃນພູຫີນປູນ ພ້ອມກັບເປັນຊະນິດພັນສະເພາະຖິ່ນຂອງສາຍພູຫຼວງ ຫຼື ອຸທິຍານເອງ. ນອກຈາກນັ້ນ ກໍຍັງມີການພົບເຫັນງູກະບາທີ່ໃກ້ສູນພັນເຊິ່ງມີພິດຮ້າຍແຮງ 2 ຊະນິດ, ເຕົ່າທີ່ໃກ້ສູນພັນທີ່ອາໄສຢູ່ເທິງບົກ ແລະ ນໍ້າຈໍານວນຫຼາຍລວມທັງເຕົ່າງັບເຜິ້ງພາກກາງ, ເຕົ່າສາມຫຼ່ຽມກົງ ແລະ ເຕົ່າໃບໄມ້. ອີກຢ່າງ ການພົບເຫັນປາຕີນໃນຂອບເຂດພື້ນທີ່ຂອງອຸທິຍານ ເຊິ່ງເປັນໜຶ່ງໃນສອງຊະນິດພັນຂອງປາຕີນທີ່ມີຕົ້ນກໍາເນີດໃນປະເທດລາວ ແລະ ມີພື້ນທີ່ການກະຈາຍຈໍາກັດ ອາດຈະມີທ່າແຮງນໍາໃຊ້ເປັນຢາພື້ນເມືອງໃນອະນາຄົດ ແລະ ມັນຖືກຈັດເປັນຊະນິດພັນທີ່ມີຄວາມສ່ຽງຕໍ່ການສູນພັນຂອງໂລກອີກດ້ວຍ. ອີງຕາມການຈໍາແນກຊະນິດພັນໃໝ່ໆຈໍານວນຫຼາຍຂອງອຸທິຍານໃນໄລຍະຜ່ານມາ ສະແດງໃຫ້ເຫັນວ່າ ອາດຈະມີການຄົ້ນພົບຊະນິດພັນສະເພາະຖິ່ນທີ່ມີເອກະລັກໂດດເດັ່ນຈໍານວນຫຼາຍເພີ່ມຕື່ມອີກໃນຕໍ່ໜ້າ.
ອຸທິຍານແຫ່ງນີ້ ຍັງເປັນແຫຼ່ງທີ່ຢູ່ອາໄສຂອງປະຊາກອນປານໍ້າຈືດຈໍານວນຫຼວງຫຼາຍ ໂດຍປະຈຸບັນມີການລະບຸເຖິງ 96 ຊະນິດ ເຊິ່ງບາງຊະນິດມີຄຸນຄ່າສໍາຄັນທາງດ້ານເສດຖະກິດ ແລະ ຊະນິດພັນຫວງຫ້າມໃນວັງສະຫງວນປາຂອງບ້ານ. ການຄົ້ນພົບປາຊະນິດພັນໃໝ່ທີ່ອາໄສຢູ່ພາຍໃນຖໍ້າ 2 ຊະນິດນີ້ (ປາໄນຖໍ້າຕາບອດນໍ້າລອດເຊບັ້ງໄຟ ແລະ ປາຄໍ້ຖໍ້າໄກສອນ) ສະແດງໃຫ້ເຫັນເຖິງທໍາມະຊາດອັນໂດດເດັ່ນຂອງສິ່ງທີ່ມີຊີວິດອາໄສຢູ່ນໍ້າພາຍໃນ ແລະ ບໍລິເວນໃກ້ຄຽງອຸທິຍານ.
ພ້ອມກັນນັ້ນ ມັນຍັງເປັນບ່ອນຢູ່ອາໄສຂອງສັດທີ່ບໍ່ມີກະດູກສັນຫຼັງຫຼາກຫຼາຍຊະນິດ ເຊິ່ງສ່ວນຫຼາຍບໍ່ພົບເຫັນໃນພື້ນທີ່ອື່ນໆໃນໂລກ ແລະ ໃນຊະນິດພັນເຫຼົ່ານີ້ປະກອບມີ ແມງມູມຖໍ້າຍັກຂາຍາວ, ແມງມູມຖໍ້າ, ແມງງອດຖໍ້າ, ແມງມູມທີ່ມີລໍາຕົວສູງ, ແມງມູມຮັງມົນ, ແມງມູມຂາຍາວ, ຂີ້ເຂັບຖໍ້າ, ກຸ້ງນໍ້າຈືດ, ແມງສາບຖໍ້າ, ຈີ່ນາຍຖໍ້າ ແລະ ແມງກະເບື້ອ. ບັນດາສັດທີ່ອາໄສຢູ່ຖໍ້າຂອງອຸທິຍານມີຄວາມໂດດເດັ່ນເປັນພິເສດ ເນື່ອງຈາກວ່າພວກມັນເປັນຊະນິດພັນສະເພາະ ທີ່ອາໄສຢູ່ຖິ່ນສູງ ແລະ ມີຫຼາຍຊະນິດພັນ ໂດຍສະເພາະແມ່ນການຄົ້ນພົບແມງມູມຖໍ້າຍັກຂາຍາວໃນພື້ນທີ່ຫີນປູນຂອງອຸທິຍານທີ່ເປັນຊະນິດພັນແມງມູມໃຫຍ່ທີ່ສຸດກວ່າໝູ່ໃນໂລກ ເຊິ່ງສະແດງໃຫ້ເຫັນເຖິງຄວາມໂດດເດັ່ນທາງທໍາມະຊາດຂອງຈໍາພວກສັດທີ່ບໍ່ມີກະດູກສັນຫຼັງໃນອຸທິຍານແຫ່ງຊາດຫີນໜາມໜໍ່.