ຢ້ຽມຢາມ

ແຜນທີ່ທ່ອງທ່ຽວ

ແຜນທີ່ ອຸທິຍານແຫ່ງຊາດ ຫີນໜາມໜໍ່

ແຜນທີ່ Openstreetmap ຫີນໜາມໜໍ່

ແຜນທີ່ແບບ MAPS.ME

ສະຖານທີ່ທ່ອງທ່ຽວ

ຖໍ້ານໍ້າລອດເຊບັ້ງໄຟ

ບ້ານ ປາກພະນັງ - ການເດີນທາງຂີ່ເຮືອໄປສູ່ຖໍ້ານໍ້າລອດເຊບັ້ງໄຟ

ເສັ້ນທາງຍ່າງທ່ຽວຊົມທໍາມະຊາດຫ້ວຍຮຸກ

ນໍ້າຕົກຕາດສຽງລື

ເສັ້ນທາງປະຫວັດສາດໂຮຈິມິນ

ນໍ້າຕົກຕາດສອງຊູ້

ຜາກຸດ ເບິ່ງລີງ

ຄຳແນະນໍາສໍາລັບແຜນການເດີນທາງ

  • ມື້ທີ 1: ເດີນທາງຈາກເມືອງທ່າແຂກ – ຍົມມະລາດ – ບ້ານ ຫລັງຄັງ (ແວະພັກຕາມວົງຈອນການທ່ອງທ່ຽວທ່າແຂກ) – ນອນພັກຄືນໃນບ້ານຫລັງຄັງ.
  • ມື້ທີ 2: ເດີນທາງໄປເບິ່ງລີງຜາກູດ (ຜາລີງ) ໃນຕອນເຊົ້າ – ເສັ້ນທາງຫ້ວຍຮຸກ – ນອນພັກຄ້າງຄືນໃນປ່າ (ນັດໝາຍລ່ວງໜ້າກັບຜູ້ນໍາທ່ຽວບ້ານກ່ອນ) ຫຼື ເດີນທາງກັບໄປບ້ານຫລັງຄັງ.
  • ມື້ທີ 3: ເດີນທາງໄປຕາດສອງຊູ້ – ເສັ້ນທາງປະຫວັດສາດໂຮ່ຈີ່ມີ່ນ – ຂີ່ເຮືອຢູ່ບ້ານປາກພະນັງໄປບ້ານໜອງປີງ – ນອນພັກຄ້າງຄືນໃນສະຖານທີ່ຕັ້ງແຄັມຖໍ້ານໍ້າລອດເຊບັ້ງໄຟ.
  • ມື້ທີ 4: ທ່ຽວຊົມຖໍ້ານໍ້າລອດເຊບັ້ງໄຟ – ນໍ້າຕົກຕາດຊຽງລື ແລ້ວເດີນທາງກັບບ້ານຫລັງຄັງ ຫຼື ເມືອງ ຍົມມະລາດ ເພື່ອສືບຕໍ່ເດີນທາງຕາມວົງຈອນການທ່ອງທ່ຽວທ່າແຂກ ຫຼື ເດີນທາງກັບຜ່ານເມືອງມະຫາໄຊ ແລະ ທ່າແຂກ.

ສິ່ງທີ່ຄວນ ແລະ ບໍ່ຄວນເຮັດໃນອຸທິຍານ

ບັນດາແຂກ ແລະ ນັກທ່ອງທ່ຽວທີ່ມາທ່ຽວຊົມໃນບ້ານ ແລະ ຖໍ້າຕ່າງໆໃນພື້ນທີ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ ຄວນຈ້າງຜູ້ນໍາພາທ່ຽວບ້ານທຸກຄັ້ງ ເນື່ອງຈາກວ່າໃນເຂດພື້ນທີ່ຂອງອຸທິຍານຍັງມີລະເບີດຍັງບໍ່ທັນແຕກຕົກຄ້າງສະໄໝສົງຄາມຈໍານວນຫຼາຍ, ຄວນຍ່າງຕາມເສັ້ນທາງທີ່ກໍານົດໄວ້ສໍາລັບນັກທ່ອງທ່ຽວ, ຫ້າມຖິ້ມຂີ້ເຫຍື້ອຊະຊາຍ ລວມທັງກົ້ນຢາສູບທີ່ສູບແລ້ວ ເພື່ອເປັນການຮັກສາຄວາມສະອາດຊ່ວຍກັນ, ຫ້າມນໍາເອົາທຸກສິ່ງທຸກຢ່າງທີ່ຢູ່ໃນພື້ນທີ່ອຸທິຍານອອກຈາກປ່າໄປເຊັ່ນວ່າ ພືດຕ່າງໆທີ່ຢູ່ໃນປ່າ, ຫ້າມສັ່ງຊື້ຜະລິດຕະພັນໄມ້ ແລະ ສັດປ່າໃນພື້ນທີ່ເດັດຂາດ  ແລະ ຫ້າມໃຊ້ສຽງດັ່ງລົບກວນສັດປ່າ.

ຕິດຕໍ່ພົວພັນ

  • ບ້ານ ໜອງບົວ (ທ່ານ ສີບຸນເຮືອງ) 030 4888465
  • ບ້ານ ໜອງແສງ (ທ່ານ ຄໍາໄສ) 020 78950228
  • ບ້ານ ທົ່ງຊໍາ (ທ່ານ ບຸນມາ) 020 97171442
  • ກຸ່ມບໍລິການເຮືອບ້ານໜອງປີງ (ທ່ານ ຈອມ) 020 96418720
  • ສະຖານທີ່ພັກບ້ານໜອງປີງ (ນາງ ແຕັມ) 020 96993669
  • ເຮືອນພັກເມືອງບ້ານໜອງປີງ 030 9727284
  • ກຸ່ມບໍລິການເຮືອບ້ານປາກພະນັງ (ທ່ານ ບຸນມາ) 030 9457695,
  • ເຮືອນພັກຈິນດາພອນເມືອງບົວລະພາ 020 97948880
  • ເຮືອນພັກຈັນສະໄໝເມືອງບົວລະພາ (020 58807335)
  • ຣີສອດສາຍພູຫຼວງບ້ານຫລັງຄັງ 020 55 223222
  • ເຮືອນພັກວີເອັມ ບ້ານຫລັງຄັງ 030 91 14 885
  • ບໍລິສັດທ່ອງທ່ຽວກີຣນດິສໂຄເວີຣີ (ສື່ສານພາສາອັງກິດໄດ້) 031 252 908